ໃນຕອນເຊົ້າ ວັນທີ 28 ຕຸລາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ ເຊີ່ງໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 4 ຕຶກສໍານັກງານອົງການປົກຄອງແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານໂດຍ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 6 ສະຫາຍ, ຍິງ 2 ສະຫາຍ.
ໃນລະຫວ່າງວັນທີ 19-22 ຕຸລາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ 8 ເມືອງຂອງແຂວງຫົວພັນຄື: ເມືອງຫົວເມືອງ, ເມືອງຮ້ຽມ, ເມືອງຊ່ອນ, ເມືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາ, ເມືອງຊຳເໜືອ ແລະ ເມືອງວຽງໄຊ ທີມງານຂອງແຂວງໄດ້ແບ່ງອອກເປັນ 3 ສາຍຄື: ທີມງານທີ່ 1 ນຳພາໂດຍ: ທ່ານ ຕົ່ງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທີມງານທີ່ 2 ນຳພາໂດຍ: ທ່ານ ສຸກເສີມ ຢາງຈ່າງ ຮອງຄະນະໂຄສະນາອົບຮົມແຂວງ ແລະ ທີມງານທີ່ 3 ນຳພາໂດຍ: ທ່ານ ນາງ ຄອນສີ ອິນທະວີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ພະນັກງານ ວິຊາການຂອງຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຕ້ອນຮັບ ແລະ ຮ່ວມເຮັດວຽກໂດຍ ທ່ານ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດທິດສະດີຂັ້ນເມືອງ, ມີຫົວໜ້າໂຄສະນາອົບຮົມເມືອງ ແລະ ພະນັກງານ, ວິຊາການຂອງ ຄະນະໂຄສະນາອົບຮົມເມືອງ 8 ເມືອງ ເຂົ້າຮ່ວມຕ້ອນຮັບ.
ຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ເພື່ອເກັບກໍາສະພາບການຈັດຕັ້ງເຊື່ອມຊືມ, ຜັນຂະຫຍາຍມະຕິ V ສະໄໝທີ XI ຂອງສູນກາງພັກ, ມະຕິກາງສະໄໝຂອງອົງຄະນະພັກແຂວງຫົວພັນ, ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ່ V, ມະຕິຂອງກົມການເມືອງ ສູນກາງພັກ ສະບັບເລກທີ່ 25/ກມສພ, ວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນາທໍາໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດແລະ ມະຕິ 206/ກມສພ, ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ແຕ່ລະທ້ອງຖີ່ນຮາກຖານ. ເກັບກຳການສະຫຼຸບການເຄື່ອນໄຫວວຽກງານການເມືອງ-ແນວຄິດປະຈຳປີ 2023 ແລະ ທິດທາງແຜນການ 2024 ເພື່ອເປັນການປະກອບຂໍ້ມູນໃສ່ການກະກຽມກອງປະຊຸມ 3 ຂັ້ນໃຫ້ຖືກຕອ້ງສອດຄ່ອງກັບສະພາບຄວາມຈິງຂອງແຕ່ລະທ້ອງຖີ່ນພອ້ມທັງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຮອບດ້ານຢູ່ແຕ່ລະເມືອງໂດຍສະເພາະແມ່ນ 4 ວຽກງານຫຼັກຂອງຄະນະໂຄສະນາຄື: ວຽກງານ ອົບຮົມ, ໂຄສະນາ, ສັງລວມ-ຂໍ້ມູນຂ່າວສານ ແລະ ວຽກງານບໍລິຫານ.
ການລົງເຄື່ອນໄຫວເຮັດວຽກຄັ້ງນີ ກອ່ນອືນແມ່ນໄດ້ຮັບຟັງການລາຍງານສະພາບສັງລວມຂອງແຕ່ລະເມືອງ ແລະ ລາຍງານສະພາບການຈັດຕັ້ງເຊືອມຊືມຜັນຂະຫຍາຍບັນດາມະຕິຕ່າງໆຂັ້ນເມືອງຕາມແຜນຂັ້ນເມືອງຈາກບັນດາ ທ່ານຮອງເລຂາພັກເມືອງ ແຕ່ລະເມືອງ ແລະ ຮັບຟັງບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະໂຄສະນາອົບຮົມເມືອງ ຈາກຫົວໜ້າຄະນະໂຄສະນາອົບຮົມຂອງບັນດາເມືອງ. ຈາກນັ້ນກໍ່ໄດ້ມີການແລກປຽນບົດຮຽນດ້ານວິຊາການຂັ້ນເມືອງ ແລະ ຂັ້ນແຂວງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂັ້ນແຂວງ ແລະ ເມືອງດີຂື້ນເພື່ອເປັນເສນາທິການໃຫ້ແກ່ຄະນະຂັ້ນຂອງຕົ້ນ.
ຕອນເຊົ້າຂອງວັນທີ 15 ກັນຍາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສ່ອງແສງສະພາບແນວຄິດຫາງສຽງ-ສັງຄົມ ປະຈຳເດືອນ ກັນຍາ ແລະ ທິດທາງແຜນການ ເດືອນ ຕຸລາ ປີ 2023 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ມີທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 4 ສະຫາຍ.
ໃນກອງປະຊຸມຄັ້ງນີ້ ທ່ານ ອົ້ມ ອີນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບແນວຄິດຫາງສຽງ-ສັງຄົມ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຫາງສຽງ-ສັງຄົມ ປະຈຳເດືອນ ກັນຍາ ແລະ ທິດທາງແຜນການ ເດືອນ ຕຸລາ ປີ 2023. ຈາກນັ້ນປະທານກອງປະຊຸມໄດ້ໃຫ້ທິດນຳເຈາະຈີ້ມຕໍ່ຮ່າງບົດສະຫຼຸບລາຍງານ ແລະ ທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານຫາງສຽງ-ສັງຄົມໃນໄລຍະຜ່ານມາ ພ້ອມນັ້ນບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈຫາງສຽງ-ສັງຄົມ ຍັງໄດ້ລາຍງານສະພາບແນວຄິດ ຫາງສຽງ-ສັງຄົມ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຄົ້ນຄວ້າ ວິເຄາະ ວິໄຈ ຕາມຄຳເຈາະຈີ້ມ ແລະ ບັນດາຫາງສຽງ-ສັງຄົມ; ຫາງສຽງ-ສັງຄົມຕໍ່ກັບແນວທາງຂອງພັກ; ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຮັບຮອງເອກະພາບເອົາແຜນການສືບຕໍ່ຈັດຕັ້ງປະຕິບັດໃນ ເດືອນ ຕຸລາ ຕ້ອງໄດ້: ສືບຕໍ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ດ້ວຍການນຳແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄຳສັ່ງ ແລະ ເອກະສານອື່ນໆຈັດຕັ້ງເຊື່ອມຊຶມຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃຫ້ມີຄວາມຮັບຮູ້ທາງດ້ານການເມືອງ, ແນໃສ່ສ້າງສະຕິໃຫ້ມີຄວາມເປັນເຈົ້າປະຕິບັດລະບຽບ, ກົດໝາຍ,ມີຄວາມເປັນເອກະພາບກັບມະຕິ ແລະ ເພີ່ມທະວີໃນການເຮັດວຽກງານນໍາພາແນວຄິດ, ກຳແນວຄິດຈິດຕະສາດຂໍ້ຂັດ ຂ້ອງໝອງໃຈຂອງສັງຄົມໃຫ້ເລິກເຊິ່ງ; ຕ້ອງຖືເອົາວຽກງານຕິດຕາມກວດກາສະພາບຫາງສຽງ-ສັງຄົມເປັນວຽກງານທີ່ສຳຄັນໃນທຸກຂະບວນການ, ຈັດຕັ້ງເຜີຍແຜ່ຜົນສຳເລັດ ກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະ ພັກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະກາງສະໄໝໃຫ້ບັນດາເປົ້າໝາຍຕ່າງໆ.
ຕອນທ້າຍຂອງກອງປະຊຸມ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ຍັງໄດ້ໃຫ້ກຽດໂອ້ລົມ ເພີ່ນໄດ້ເໜັ້ນໜັກ ແລະ ຮຽກຮ້ອງໃຫ້ບັນດາທ່ານ ບັນດາຄະນະກຳຄົ້ນຄວ້າ, ວິເຄາະ, ວິໄຈຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມຂັ້ນແຂວງ ເປັນເຈົ້າການຕິດຕາມການຈັດຕັ້ງປະຕິບັດແນວທາງຂອງພັກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ບັນຫາຫາງສຽງ-ສັງຄົມ ທີ່ນໍາສະເໜີໃຫ້ຄະນະພັກອົງການຕ່າງໆ ຕ້ອງເປັນເຈົ້າຮີບຮ້ອນກວດກາສຶກສາອົບຮົມແນວຄິດແກ້ໄຂໃຫ້ທັນເຫດການຊີ້ແຈງບັນຫາຖືກກັບຕົວຈິງແລະເປັນເຈົ້າລາຍງານໃຫ້ຄະນະໂຄສະນາອົບຮົມແຂວງຮັບຊາບ. ຄະນະກຳມະການຄົ້ນຄວ້າ, ຕິດຕາມກຳສະພາບຫ່າງສຽງ-ສັງຄົມຕ້ອງເພີ່ມທະວີໃນການສະຫຼຸບລາຍ ງານສະພາບແນວຄິດ ຫາງສຽງ-ສັງຄົມ ຂັ້ນຂອງຕົນໃຫ້ເປັນປົກກະຕິ,ຕິດຕາມເນື້ອໃນບົດລາຍງານປະຈຳເດືອນ, ຫາງ ສຽງ-ສັງຄົມທີ່ຕ້ອງນຳໄປສະເໜີເຮັດວຽກງານສຶກສາອົບຮົມນຳພາແນວຄິດ; ເພື່ອນໍາສະເໜີລາຍງານຕໍ່ຂັ້ນເທິງ. ຄະນະໂຄສະນາອົບຮົມແຂວງໃນນາມເປັນໃຈກາງໃກ້ຊິດຕິດແທດກັບຄະນະພັກຂັ້ນເທິງ, ຕິດຕາມກວດກາເກັບກຳສະພາບແນວຄິດຫາງສຽງ-ສັງຄົມຕ້ອງເພີ່ມທະວີຂອດປະສານງານ, ການຕິດຕາມສັງລວມບັນຫາ ຫາງສຽງ-ສັງຄົມຄຳຮ້ອງຟ້ອງ, ຮ້ອງທຸກ ຈາກພົນລະເມືອງດີ ແລະ ຕາໜ່າງເພື່ອນຮ່ວມງານ, ພ້ອມທັງເຂົ້າຮວ່ມຂະບວນການເກັບກຳຂໍ້ມູນ ເພື່ອນຳມາສະເໜີກອງປະຊຸມຄົ້ນຄວ້າ, ວິເຄາະ, ວິໄຈແຕ່ລະເດືອນ. ສະຫຼຸບສັງລວມສະພາບແນວຄິດຫາງສຽງ-ສັງຄົມ, ດ້ານຕັ້ງໜ້າ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຄະນະພັກຂັ້ນເທິງຮັບຊາບ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ
ໃນວັນທີ 08 ກັນຍາ ປີ 2023 ທີ່ຜ່ານມານີ້ ໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊີກພັກສຳຮອງ, ພາຍໃຕ້ເປັນ ປະທານຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຍັງມີບັນດາ ສະຫາຍ ຄະນະໜ່ວຍພັກ ພ້ອມດ້ວຍ ສຳມະຊີກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 13ສະຫາຍ, ຍິງ 4 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ນາງ ຄອນສີ ອິນທະວີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ202/ຄປຈຂ ລົງວັນທີ 9 ສິງຫາ 2023 ວ່າດວ້ຍການອະນຸມັດສະມາຊີກສຳຮອງ ຈຳນວນ 1 ສະຫາຍທີ່ໄດ້ຜ່ານການຕິດຕາມ, ກວດການ ເປັນເວລາ 1 ປີ ຕາມລະບຽບຂອງພັກ ເຫັນວ່າຜູ້ກ່ຽວມີຄວາມເອົາໃຈໃສ່ ຝຶກຝົນຫຼໍ່ຫຼອມ ມີຄວາມຫ້າວຫັນ, ຊອກຮູ້ຫາຮຽນ ເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ມີຄວາມຕື່ນຕົວ ສະໝັກໃຈ ເຂົ້າສັງກັດໃນອົງການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ.
ໃນໂອກາດດັ່ງກ່າວ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດໂອລົມ ກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຕໍ່ສະມາຊີກສຳຮອງໃໝ່ທີ່ມີຄວາມຫ້າວຫັນ, ເຮັດສຳເລັດໜ້າທີ່ ວຽກງານ ພ້ອມທັງຍົກໃຫ້ເຫັນຄວາມສໍາຄັນ, ພາລະບົດບາດ, ການຊີ້ນຳ-ນໍາພາ ທີ່ສະຫຼາດສ່ອງໃສຂອງພັກ. ພ້ອມກັນນັ້ນ ສະຫາຍໄດ້ເນັ້ນໜັກໃຫ້ສຳມະຊີກ ທຸກສະຫາຍຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ປະຕິບັດກົດລະບຽບຂອງພັກ, ຂໍ້ກໍານົດລະບຽບຂອງລັດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນທົ່ວໄປ, ຕັ້ງໜ້າຊອກຮູ້ຮ່ຳຮຽນ, ຍົກສູງລະດັບຄວາມຮູ້-ຄວາມສາມາດ, ຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊີກພັກສົມບູນ ຜູ້ດີເດັ່ນຂອງພັກ.
ພິທີດັ່ງກ່າວໄດ້ປິດລົງໃນເວລາ 11:30 ຂອງວັນດັ່ງກ່າວ
ໃນຕອນເຊົ້າວັນທີ 07 ກັນຍາ 2023, ຮາກຖານກໍາມະບານ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດ ກອງປະຊຸມປະເມີນຜົນ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2023. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄຳພວງ ຄຳບຸດດາພັນ, ຮອງປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ສະມາຊິກກໍາມະບານພາຍໃນ ໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ຂອງກໍາມະບານໃນໄລຍະ 1 ປີ ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ ພ້ອມກັນປະກອບຄໍາ ຄິດຄໍາເຫັນໃສ່ ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ຕາມທິດທາງແຜນການ ສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2024. ຈາກນັ້ນສະມາຊິກກໍາມະບານກໍໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊີ່ງພາຍໃນ ໜ່ວຍມີສະມາຊິກກຳມະບານທັງໝົດ 22 ສະຫາຍ, ຍິງ 9 ສະຫາຍ,ໃນນັ້ນເປັນສະມາຊິກພັກ 19 ສະຫາຍ, ຍິງ 08 ສະຫາຍ, ເປັນສະມາຊິກຊາວໜຸ່ມ 8 ສະຫາຍ, ຍິງ 4 ສະຫາຍ, ເປັນສະມາຊິກແມ່ຍີງ 9 ສະຫາຍ. ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 15 ສະຫາຍ, ຍິງ 5 ສະຫາຍ, 7 ສະຫາຍບໍ່ໄດ້ເຂົ້າຮ່ວມປະເມີນ. ຜ່ານການປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 5 ເປັນເຈົ້າຂອງໜ່ວຍ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນ ສາມາດຈັດປະຕິບັດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ໃນພິທີ ໄດ້ມອບ-ຮັບ ໃບຍ້ອງຍໍກຳມະບານ 5 ເປັນເຈົ້າ ຂອງປະທານສະຫະພັນກຳມະບານແຂວງ ໃຫ້ບຸກຄົນ ຈໍານວນ 20 ໃບ. ມອບ-ຮັບໃບຢັ້ງຢືນ ແລະ ໃບຍ້ອງຍໍ ກຳມະບານ 5 ເປັນເຈົ້າ ໃຫ້ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ທີ່ບັນລຸຄາດໝາຍການປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022.
ໃນໂອກາດດັ່ງກ່າວ ສະຫາຍ ຕົ່ງ ລີເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດຂະບວນການ 5 ເປັນເຈົ້າໃນໄລຍະ 1 ປີຜ່ານມາ ແລະ ເໜັ້ນໜັກໃຫ້ສືບຕໍ່ ຮັກສາ ມູນເຊື້ອ ຄວາມສາມັກຄີ ອັນດີງາມດັ່ງກ່າວໃນສົກປີຕໍ່ໆໄປ, ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງ - ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ເຂົ້າຮ່ວມຂະບວນການ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນວຽກງານວິຊາສະເພາະ, ວຽກງານທີ່ພົວພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານຈັດຕັ້ງ ປະຕິບັດໃຫ້ມີຜົນສໍາເລັດ ແລະ ພ້ອມກັນແຂ່ງຂັນກັນ ຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ເພື່ອພັດທະນາວຽກງານກຳມະບານໃຫ້ດີຂື້ນເລື່ອຍໆ.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 183 |
![]() | ອາທິດນີ້ | 197 |
![]() | ເດືອນນີ້ | 506 |
![]() | ທັງໝົດ | 254707 |