ປະຫວັດຄວາມເປັນມາຂອງຄະນະໂຄສະນາອົບຮົມແຂວງຫົວພັນ.

ປະຫວັດຄວາມເປັນມາຂອງຄະນະໂຄສະນາອົບຮົມແຂວງຫົວພັນ.

 I. ຄະນະໂຄສະນາອົບຮົມແຂວຫົວພັນໄດ້ເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະຂອງການປະຕິວັດ.

       ຄະນະ​ໂຄສະນາ​ອົບຮົມແຂວງຫົວພັນ​, ຂຽນ​ຫຍໍ້​ດ້ວຍ​ຕົວ​ອັກສອນ “ຄ.ອ.ຂ” ​ແມ່ນ​ອົງການ​ຈັດຕັ້ງໜຶ່ງ​ຂອງ​ພັກຂັ້ນ​ແຂວງ​ທີ່​ມີ​ຖານະ​ເທົ່າ​ກັນ​ກັບບັດາ​ພະ​ແນ​ກການ ​ແລະ​ ອົງການ​ຕ່າງໆ​ຂັ້ນ​ແຂວງ. ຄະນະ​ໂຄສະນາ​ອົບຮົມ​ແຂວງຫົວພັນ​ມີ​ບົດບາດ​ເປັນ​ເສນາ​ທິການ​​ ແລະ​ ເປັນ​ອົງການ​ວິຊາ​ສະ​ເພາະໃຫ້​ຄະນະ​ບໍລິຫານ​ງານ​​ພັກ​ແຂວງ ​ ໃນ​ຂົງ​ເຂດ​ວຽກ​ງານ​ການ​ເມືອງ -​ ແນວ​ຄິດ, ຊີ້​ແຈງ​ອະທິບາຍ​ໂຄສະນາ​ເຜີຍ​ແຜ່​ແນວທາງນະ​ໂຍບາຍ​ຂອງ​ພັກ, ແຜນ​ພັດທະນາເສດຖະກິດ - ສັງຄົມ, ລະບຽບ​ກົດໝາຍ​ຂອງ​ລັດ ​ແລະ ເຫດການ​ສຳຄັນ​ຕ່າງໆ​ທີ່​ກະທົບ​ໃສ່​ແນວ​ຄິດ;  ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ; ຄົ້ນຄ້ວາ ​ແລະ ​ເຜີຍ​ແຜ່​ທິດ​ສະ​ດີກາ​ນ​ເມືອງ.

   ຄະນະໂຄສະນາອົບຮົມແຂວງຫົວພັນຈິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນຕົ້ນ ປີ1961. ກົງຈັກການຈັດຕັ້ງໃນເວລານັ້ນລວມຢູ່ນໍາ ພະແນກຖະແຫຼງຂ່າວ-ວັດທະນະທໍາ ເຊິ່ງຂຽນຫຍໍ້ດ້ວຍຕົວອັກສອນ (ຄສວ), ນັບແຕ່ມີການສ້າງຕັ້ງຂຶ້ນມາ ຄະນະໂຄສະນາອົບຮົມໄດ້ປະຕິບັດໜ້າທີ່ອັນມີກຽດຂອງຕົນ, ເຮັດໜ້າທີໂຄສະນາປຸກລະດົມແນວຄິດ, ວັດ ທະນະທໍາຜ່ານສື່ມ່ວນຊົນຕ່າງໆໂດຍ ຖືເອົາການໂຄສະນາເຜີຍແຜ່ແນວທາງແຜນນະໂຍບາຍຂອງພັກ, ນໍາໃຊ້ການໂຄສະ ນາເຄື່ອນທີ່ລົງສູ່ຮາກຖານທ້ອງຖິ່ນຕ່າງໆ, ນໍາເອົາແນວທາງແຜນນະໂຍບາຍຂອງພັກສົມທົບກັບການນໍາເອົາສາລະຄະດີ, ຮູບ ເງົາໃນຂະບວນການຕໍ່ສູ້ຢູ່ບັ້ນຮົບຕ່າງໆ ກໍ່ຄືໄຊຊະນະຂອງກອງທັບ ແລະ ປະຊາຊົນທີ່ຍາດມາໄດ້.. ການເຄື່ອນໄຫວດັ່ງກ່າວໄດ້ກາຍເປັນການປຸກລະດົມແນວຄິດ, ທັດສະນະຫຼັກໝັ້ນ, ນໍ້າໃຈຄຽດແຄ້ນຕໍ່ການຮຸກຮານຂອງຈັກກະພັດນັບ ມື້ນັບສູງຂຶ້ນ, ນັບມື້ນັບເຫັນແຈ້ງຜົນຮ້າຍຂອງສົງຄາມ, ປະຊາຊົນບັນດາເຜົ່າໄດ້ຍົກສູງນໍ້າໃຈຮັກຊາດອັນສູງສົ່ງລຸກຂຶ້ນຕໍ່ສູ້ຢ່າງເນື່ອງນິດ, ສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານດິນແດນຂອງແຂວງຫົວພັນໄດ້ກາຍເປັນຖານທີ່ໝັ້ນຂອງການປະຕິວັດລາວ, ເປັນບ່ອນບໍາລຸງສ້າງຖັນແຖວຂອງພະນັກງານປະຕິວັດ, ເປັນສູນລວມທາງດ້ານຈິດໃຈເພື່ອຢຶດອໍານາດທົ່ວປະເທດ ໃນວັນທີ 2 ທັນວາ 1975 ໄດ້ຢ່າງຈົບງາມ.

       ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນທ່າມກາງສະ ພາບແວດລ້ອມທັງພາຍໃນປະເທດ, ໃນໂລກມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງແຕ່ໂດຍສືບຕໍ່ມູນເຊື້ອ ແລະ ບົດຮຽນໃນປະຫວັດສາດ ຄະນະໂຄສະນາອົບຮົມແຕ່ລະລຸ່ນຄົນໄດ້ເອົາໃຈໃສ່ເປັນພິເສດ ການສຶກສາອົບຮົມ ໂຄສະນາແນວທາງແຜນນະໂຍບາຍຂອງພັກຕໍ່ທຸກເປົ້າໝາຍຢູ່ໃນສັງຄົມ ເພື່ອເຮັດໃຫ້ບັນດາຊັ້ນຄົນ ເຂົ້າໃຈແຈ້ງຕໍ່ເຈດຈໍານົງຂອງພັກ ເພື່ອສ້າງຄວາມສາມັກຄີປອງດອງພັດທະນາແຂວງຫົວພັນ ໃຫ້ປະ ຊາຊົນຢູ່ດີກິນດີ, ໃນໄລຍະທີ່ສະພາບການຂອງໂລກມີການຫັນປ່ຽນພັກເຮົາໄດ້ສະດຸງໄວ ແລະ ໄດ້ມີການວາງແນວທາງປ່ຽນ ແປງໃໝ່, ໃນເວລານີ້ຄະນະໂຄສະນາອົບຮົມໄດ້ປຸກລະດົມທຸກກໍາລັງຮາກຖານ, ໂຄສະນາສຶກສາອົບຮົມປະຊາຊົນທຸກຊັ້ນຄົນ, ທຸກເຜົ່າໃຫ້ເຂົ້າໃຈແນວທາງປ່ຽນ ແປງໃໝ່ຂອງພັກຢ່າງມີຫຼັກການ, ແນວທາງປ່ຽນແປງໃໝ່ໄດ້ ນໍາເອົາຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນ.

   ຜ່ານການເຄື່ອນໄຫວເປັນໄລຍະເວລາຫຼາຍປີ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງໃນໄລຍະໃໝ່ ມາ ເຖິງປີ 1995 ຄະນະໂຄສະນາອົບຮົມຈິ່ງໄດ້ຖືກແຍກອອກເປັນສອງພາກສ່ວນຄື: ຄະນະໂຄສະ ນາອົບຮົມແຂວງ ​ແລະ ພະແນກຖະແຫຼງຂ່າວ-ວັດທະນະທໍາ​ແຂວງເປັນເອກະລາດໃຜມັນ, ແຕ່ດ້ານວິຊາການກໍຍັງມີການປະສານສົມທົບນໍາ​ກັນເປັນຕົ້ນແມ່ນດ້ານຂ່າວຕ່າງໆໃນແຕ່ລະໄລຍະ. 

II.ຫົວໜ້າ ຄະນະ​ໂຄສະນາ​ອົບ​ແຂວງ​ຫົວພັນ​​ໃນ​ແຕ່ລະ​​ໄລຍະປະກອບ​ມີ​ບັນດາ​ທ່ານ​ຄື:

1. ທ່ານ​ ຄໍາ​ສິງ ຫອມ​ສົມບັດ (1961-1963) ວຽກງານການເມືອງໃນໄລຍະນີ້ແມ່ນ:

1 ຍົກສູງຈິດໃຈເປັນເຈົ້າການຕີສັດຕູ ເພີ່ມຄວາມສາມາດໃນການຕໍ່ສູ້ຂອງກໍາ ລັງປະປະກອບ ອາວຸດ ແລະ ເຄິ່ງອາວຸດ, ຊຸກຍູ້ສົງຄາມປະຊາຊົນຢ່າງແຂງແຮງ.

2. ດັບສູນ ແລະ ຂົນຂວາຍພວກກອງປຸ້ນໃຫ້ຫັນມາຫາການປະຕິວັດ, ຕີຕ້ານພວກຈັກກະພັດ ອາເມລິກາ ແລະ ພວກຫຸ່ນຂາຍຊາດໃຫ້ປະລາໄຊ.

3. ສ້າງພັກ, ພະນັກງານເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງການປະຕິວັດຂົນ ຂວາຍປະຊາຊົນ, ສ້າງແຂວງຫົວພັນໃຫ້ເປັນເຂດປົດປ່ອຍຢ່າງໜັກ ແໜ້ນ.

 

2. ທ່ານ ໄຊຍະວົງ ( 1963- 1974 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

    ຄສະນາສຶກສາອົບຮົມປູກຈິດສໍານຶກໃຫ້ທຸກຄົນມີນໍ້າໃຈຮັກຊາດ-ຮັກບ້ານເກີດເມືອງນອນ, ເຜີຍແຜໂທດກໍາຂອງສັດຕູ, ສ້າງຄວາມຄຽດແຄ້ນສັດຕູ, ພ້ອມກັນລຸກຂຶ້ນປະກອບ ສ່ວນພາລະກິດ ປະຕິວັດຊາດ, ກໍ່ສ້າງຮາກຖານ, ນໍາເອົາທິດສະດີມາກ-ເລນິນທີ່ເປັນທິດເຍືອງທາງຂອງພັກມາເຜີຍແຜ່, ສ້າງພະນັກງານຫຼັກແຫຼ່ງຢູ່ຮາກຖານ, ປະຕິບັດຄໍາສັ່ງແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ, ໂຄສະນາເຜີຍແຜ່ ແລະ ດູດດຶງເອົາກໍາລັງຂອງສັດຕູ, ຈັດຊຸດອົບຮົມດັດສ້າງໃຫ້ພວກສະ ເລີຍເສິກ ທີ່ຈັບມາໄດ້ສ້າງໃຫ້ເຂົາເຈົ້າເປັນກໍາລັງປະຕິວັດ.

 

 

 

3. ທ່ານ ຄໍາພູ ( 1974 - 1981 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

     ສ້າງພັກ - ພະນັກງານ ໃຫ້ມີຄຸນນະພາບ, ມີຄວາມຮູ້, ມີຄຸນສົມບັດ ແລະ ມີຄວາມສາມາດ,   ປຸກລະດົມມູນເຊື້ອຮັກຊາດ, ຮັກລະບອບໃໝ່ ແລະ ເລີກຮື້ກົກຮາກຂອງປະຕິການເກົ່າ,     ປົວແປງຮໍາບາດແຜສົງຄາມ.

 

 

 

 

 

4. ທ່ານ ບຸນເພັງ ( 1981 - 1985 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

        ປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ, ປຸກລະດົມຄວາມສາມັກຄີພາຍໃນຊາດ, ສ້າງໃຫ້ຊັ້ນຄົນຕ່າງໆຢູ່ໃນສັງຄົມໃຫ້ຮັກລະບອບໃໝ່, ພ້ອມກັນປົກປັກຮັກສາໝາກຜົນຂອງການປະຕິບັດໃຫ້ຍືນຍົງ, ຍົກສູງສະຕິລະວັງຕົວກຽມພ້ອມສູ້ຮົບເພື່ອທັບມ້າງກົນອຸ ບາຍຂອງສັດຕູໃນທຸກກໍລະນີ, ປຸກລະດົມ ແລະ ຍູ້ແຮງວຽກງານສຶກສາ-ວັດທະນະທໍາ, ສາທາລະນະສຸກໃຫ້ຂະຫຍາຍຕົວ.

 

 

 

 

 

4. ທ່ານ ທອງຜີວ ແຈ້ງມີໄຊ ( 1985 - 1988 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

      ສ້າງພັກ, ພະນັກງານ ໃຫ້ມີຄຸນທາດການເມືອງໃຫ້ສົມກຽດກັບພັກກໍາອໍານາດ, ປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່ທົ່ວປວງຊົນ, ຫັນລົງຮາກຖານ, ປັບ ປຸງລະບົບປະຊາທິປະໄຕປະຊາຊົນ, ປັບປຸງລະບົບການເມືອງໃຫ້ມີຄວາມ ໜັກແໜ້ນ, ສ້າງຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກ, ປັບປຸງລະບົບກົງຈັກການຈັດຕັ້ງໃນ ທຸກລະບົບເພື່ອຮັບປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ.

 

 

 

 

5. ທ່ານ ຊົວຢາເຮີ ( 1988 - 1996 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

     ສຸມໃສ່ປົວແປງແນວຄິດ - ການເມືອງຂອງຄະ ນະພັກ, ສະມາຊິກພັກແຕ່ແຂວງເຖິງຮາກຖານ ໃຫ້ກັບຄືນສູ່ສະພາບປົກກະຕິ ເນື່ອງມາຈາກ ການຍຸບຄະນະພັກແຂວງ - ເມືອງ - ຮາກຖານ ດ້ວຍຮູບການດໍາເນີນຊີວິດການເມືອງ, ເປີດ ກອງປະຊຸມພັກແຕ່ຫນ່ວຍ ຮາກຖານ-ອົງຄະນະພັກເມືອງ ແລະ ອົງຄະນະພັກແຂວງ.

 

 

 

 

6. ທ່ານ ບຸນຍົງ ຊາຍລີຈັນ ( 1996 - 1999 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

      ສຸມໃສ່ສ້າງພັກ - ພະນັກງານ ແລະ ປະຊາຊົນໃຫ້ຮັບຮູ້, ເຊື່ອມຊຶມແນວທາງປ່ຽນແປງໃໝ່ຂອງພັກ ແລະ ປຸກລະດົມຄະນະພັກ - ສະມາຊິກພັກໃນທົ່ວແຂວງໃຫ້ມີສະຕິພັກຄືນອີກ.

 

 

 

 

 

7. ທ່ານ ດຣ ອິນພອນ ແກ້ວຄໍາລຽງ (1999 - 2004 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

    ສຸມໃສ່ເຊື່ອມຊຶມມະຕິຕ່າງໆຂອງພັກ, ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ປຸກລະດົມມູນເຊື້ອຄວາມສາມັກຄີຕ້ານການກະບົດຕໍ່ຊາດ-ຕໍ່ປະຊາຊົນ.

 

 

 

 

 

8. ທ່ານ ອິນພອນ ດິດປັນຍາ ຮັກສາການຫົວໜ້າຄະນະ ( 2004-2005 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

     ສຸມໃສ່ປັບປຸງກົງຈັກຄະນະໂຄສະນາອົບຮົມຂັ້ນແຂວງ ແລະ ໂຄສະນາເຜີຍແຜໝາກຜົນການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດຕໍ່ໂລກ ໂດຍພາຍໃຕ້ການ ນໍາພາຂອງພັກ ແລະ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການ​ເມືອງຕາມ 4 ເນື້ອໃນ 4 ຄາດຫມາຍ ໃນການກໍ່ສ້າງຮາກຖານການເມືອງຂອງພັກ.

 

 

 

 

9. ທ່ານ ຍິ່ງເລົ່າ ສຸເກີທອງ ( 2005 - 2010 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

     ປຸກລະດົມຄວາມສາມັກຄີ ທົ່ວປວງຊົນເພື່ອ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມເປັນຕົ້ນ ແມ່ນພວກຄົນບໍ່ຫວັງດີກໍ່ຂຶ້ນໃນປີ 2003 ( ກຸ່ມຂອງໄມເຮີ ), ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ ໃນທົ່ວແຂວງ, ປັບປຸງວຽກງານໂຄສະນາອົບຮົມແຕ່ຂັ້ນແຂວງລົງຮອດຂັ້ນເມືອງໃຫ້ມີຮູບຮ່າງ ແລະ ແບບແຜນທີ່ໜັກແໜ້ນ, ເປີດຮຽນທິດສະດີຊັ້ນຕົ້ນຂັ້ນເມືອງ, ເປີດຮຽນບັນດາເອກະສານຕ່າງໆທີ່ມີຄວາມຈໍາເປັນໃຫ້ພະນັກງານພື້ນຖານຢູ່ບັນດາເມືອງ ໂດຍສະເພາະແມ່ນເມືອງ ແລະ ບ້ານລຽບສາຍແດນລາວ - ຫວຽດນາມ.

 

 

 

10. ທ່ານ ຄໍາວອນ ເພັງສະຫວັດ ( 2010 - 2015 ) ວຽກງານການເມືອງໃນໄລຍະນີ້ແມ່ນ:

     ດໍາເດີນວຽກງານໂຄສະນາອົບຮົມໃຫ້ເລິກເຊິ່ງທົ່ວເຖິງທຸກເປົ້າຫມາຍເພື່ອ ສ້າງຄວາມ ຮັບຮູ້ເຂົ້າໃຈ ແລະ ຄວາມເຊື່ອຫມັ້ນຕໍ່ແນວທາງ ແລະ ການນໍາພາຂອງພັກ, ສຸກຍູ້ປຸກລະດົມນໍ້າໃຈຮັກຊາດ ແລະ ຄວາມເປັນເຈົ້າການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

 

 

 

 

11. ທ່ານ ຄໍາເຜີຍ ວົງສະຫັວນ ວ່າການຫົວໜ້າ ຄອຂ (2014-2016)

    ບົ່ມສອນນໍ້າໃຈຮັກຊາດ, ເອກະພາບກັບແນວທາງຂອງພັກ, ທຸກຄົນມີຄວາມຮັກໄຄ່ໄມຕີສາມັກຄີປອງດອງທຸກເຜົ່າ, ເຄົາລົບປະຕິບັດກົດໝາຍ ເສີມຂະ ຫຍາຍຫົວຄິດປັນຍາ ພັດທະນາຕົນເອງໃຫ້ມີຄວາມສຸກ ປະເທດຊາດມັ່ງຄັ້ງເຂັ້ມ ແຂງ.

 

 

 

 

 

12. ທ່ານ ເພີດ ມາປັນຍາ (2016- 2020) ວຽກງານການເມືອງໃນໄລຍະນີ້ແມ່ນ:

      ເອົາໃຈໃສ່ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມຂອງພັກໃນໄລຍະໃໝ່ໃຫ້ດີຂຶ້ນເລື້ອຍໆ, ໂດຍປະຕິບັດ 5 ຮ່ວມ:

 1 ຮ່ວມຄິດ.

 2 ຮ່ວມວາງແຜນ.

 3 ຮ່ວມຈັດຕັ້ງປະຕິບັດ.

 4 ຮ່ວມປະເມີນຜົນ.

                            5 ຮ່ວມຖອດຖອນບົດຮຽນ

 

13. ທ່ານ ຕົງລີ ເຕັ່ງ (2020 - ເຖີງປັດຈຸບັນ)

 

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

273191
ມື້ນີ້ມື້ນີ້36
ມື້ວານນີ້ມື້ວານນີ້440
ອາທິດນີ້ອາທິດນີ້1933
ເດືອນນີ້ເດືອນນີ້476
ທັງໝົດທັງໝົດ273191

 

?>