ຄອຂ ຈັດກອງປະຊຸມແນະນໍາໃຫ້ຄະນະກໍາມະການເກັບກໍາຫາງສຽງສັງຄົມຂັ້ນແຂວງ ປະຈໍາປີ 2021.
ຕອນເຊົ້າຂອງວັນທີ 2 ກໍລະກົດ 2021 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມແນະນໍາໃຫ້ຄະນະກໍາມະການເກັບກໍາຫາງສຽງສັງຄົມ ປະຈໍາປີ 2021. ຂຶ້ນ ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 5 ຫ້ອງວ່າການແຂວງຫົວພັນຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງ ທ່ານ ຕົ່ງລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ກອງເລຂາ,
ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມ ຂັ້ນແຂວງ ເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 8 ສະຫາຍ.
ກອງປະຊຸມໄດ້ຮັບຟັງການບັນຍາຍເອກະສານວຽກງານຫາງສຽງ - ສັງຄົມ ຈາກຄະນະຮັບຜິດຊອບໃຫ້ຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາສະພາບແນວຄິດ - ຫາງສຽງສັງຄົມ ຢູ່ຂັ້ນແຂວງ ໄດ້ນໍາພາຄົ້ນຄ້ວາເຊື່ອມຊຶມ ແລະ ຮັບຟັງການຂື້ນບັນຍາຍເອກະສານ 3 ບົດຄື: ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງ-ສັງຄົມ, ວິທີເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ຕາໜ່າງເພືອນຮ່ວມງານ ພ້ອມນັ້ນກອງເລຂາຍັງໄດ້ແນະນໍາແບບຟອມລາຍງານ ສະພາບແນວຄິດຫາງສຽງ-ສັງຄົມ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບບັນຫາພື້ນຖານ ຂອງວຽກງານຫາງສຽງສັງຄົມ ໂດຍສະເພາະແມ່ນຫຼັກການ ແລະ ທິດນໍາ ໃນການເຮັດວຽກງານຫາງສຽງສັງຄົມ; ຄວາມໝາຍ, ຄວາມສໍາຄັນ ແລະ ຄວາມເເຕກຕ່າງ ລະຫວ່າງ ຫາງສຽງສັງຄົມກັບຂ່າວລື, ພາລະບົດບາດ, ຫນ້າທີ່ ຂອງໜ່ວຍງານທີ່ເຮັດວຽກງານເກັບກໍາຫາງສຽງ-ສັງຄົມ, ມາດຖານ ແລະ ຄຸນທາດ ຂອງຜູ້ເຮັດວຽກງານເກັບກໍາຫາງສຽງສັງຄົມ; ຜູ້ເຂົ້າຮ່ວມສາມາດຈໍາແນກຄວາມແຕກຕ່າງ ລະຫວ່າງຫາງສຽງສັງຄົມກັບຂ່າວລື, ຮັບຮູ້ບົດບາດ ແລະ ຄວາມສໍາຄັນຂອງຫາງສຽງສັງຄົມ ຕໍ່ກັບວຽກງານການ ເມືອງ-ແນວຄິດ ແລະ ສາມາດເປັນເສນາທິການຊ່ວຍຄະນະພັກ, ຄະນະນໍາ ໃນການຕິດຕາມເກັບກໍຫາງສຽງສັງຄົມ ແລະ ນໍາພາແນວຄິດຂອງພະນັກງານ, ສະມາ ຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອຫມັ້ນຕໍ່ການນໍາພາຂອງພັກດີຂຶ້ນ.
ກອງປະຊຸມໄດ້ປິດລົງໃນເວລາ 11:30 ຂອງວັນດັ່ງກ່າວຢ່າງຈົບງາມ.
ມີ 57 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 80 |
![]() | ມື້ວານນີ້ | 129 |
![]() | ອາທິດນີ້ | 864 |
![]() | ເດືອນນີ້ | 3241 |
![]() | ທັງໝົດ | 163357 |