47. ຄະນະໂຄສະນາອົບຮົມແຂວງຫົວພັນສໍາເລັດການຝຶກອົບຮົມວຽກງານ ໄອທີ

ສ້າງຂື້ນເມື່ອ ວັນຈັນ, 23 ພຶດສະພາ 2022 06:59
ຂຽນໂດຍ ພູສັກ

ຄະນະ​ໂຄສະນາ​ອົບຮົມ​ແຂວງ​ຫົວພັນ​ສໍາ​ເລັດ​ການ​ຝຶກ​ອົບຮົມ​ວຽກງານ​ ໄອ​ທີ

ໃນ​ວັນ​ທີ 16-17 ພຶດສະພາ 2022 ຜ່ານ​ມາ​ນີ້, ກົມຂໍ້ມູນຂ່າວສານ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ໄດ້​ປະສານ​ສົມທົບ​ກັບ​ຄະນະ​ໂຄສະນາ​ອົບຮົມ​ແຂວງ​ຫົວພັນ ​ເປີດ​ຊຸດ​ອົບຮົມ​ວຽກງານ ​ໄອ​ທີ ຢູ່​ຄະນະ​ໂຄສະນາ​ອົບຮົມ​ແຂວງຫົວພັນ ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພະນັກງານ - ລັດຖະກອນຮັບ​ຮູ້​ເຂົ້າ​ໃຈ​ເຖິງ​ວຽກງານ​ໄອ​ທີ​​ເພື່ອ​ນໍາ​​ໄປຈັດ​ຕັ້ງປະຕິບັດ​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ​ ​ເຊີ່ງ​ພິທີ​ດັ່ງກ່າວ​ໄດ້​ເປີດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 9 ​ໂມງ 00 ຂອງ​ວັນທີ 16 ພຶດສະພາ 2022 ທີ​ຫ້ອງ​ ປະຊຸມຊັ້ນ IV ຫ້ອງວ່າການ ແຂວງຫົວພັນຫຼັງເກົ່າພາຍ​ໃຕ້​ການ​ເປັນ​ປະທານຂອງ ສະຫາຍຕົ່ງລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ນ ມອນສະຫວັນ ແສນໄຕ ຮອງ​ຫົວໜ້າກົມ​ຂໍ້​ມູນ​ຂ່າວສານ​ ພ້ອມ​ດ້ວຍ​ທິມງານ ມີນັກ​ສໍາ​ມະ​ນາກ​ອນທັງໝົດຈໍານວນ 17 ທ່ານ, ຍິງ 10 ທ່ານ.

ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ນັກ​ສໍາ​ມະ​ນາກ​ອນ​ໄດ້ຮັບ​ຟັງ​ການ​ບັນຍາຍທາງດ້ານທິດສະດີ ຄວາມ​ຮູ້​ພື້ນຖານ​ຂອງ​ອຸ ປະກອນ​ຄອມ​ພິວ​ເຕີ (Hardware), ການ​ຕິດ​ຕັ້ງ windows & Program  ແລະ  ວິທີການບໍາລຸງຮັກສາຄອມພິວເຕີ ພ້ອມນັ້ນກໍ່ໄດ້ລົງມືຈັດຕັ້ງປະຕິບັດຕົວຈິງ. ຜ່ານ​ການ​ຝຶກ​ອົບຮົມ​ຄັ້ງ​ນີ້ ​ເຮັດ​ໃຫ້​ພະນັກງານ - ລັດຖະກອນ ຜູ້​ທີ່​ເຂົ້າຝຶກ​ອົບ​ຮົມ​ມີຄວາມ​ຮູ້​, ຄວາມເຂົ້າ​ໃຈຕໍ່​ວຽກງານ​ທີ່​ໄດ້​ຝຶກ​ອົບຮົມ​ດີ​ພໍ​ສົມຄວນ. ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ກໍຄື ການນໍາໃຊ້ເຄື່ອງ ໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາອົບຮົມ ເພື່ອສ້າງບາດກ້າວຫັນປຽນໃໝ່ ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາ ອົບຮົມ ໃຫ້ເປັນທັນສະໄຫມເທື່ອລະກ້າວ ແລະ ແທດເຫມາະກັບຍຸກ 4.0 ຮຽນຮູ້ພື້ນຖານໃນການນໍາໃຊ້ລະບົບເຄື່ອຂ່າຍເອເລັກໂຕຼນິກ, ພື້ນຖານການນໍາໃຊ້ຄອມພິວເຕີ, ການຕິດຕັ້ງໂປຣແກຣມຕ່າງໆ, ວິທີປ້ອງກັນ-ແກ້ໄຂບັນຫາ ທີ່ຈະເກີດຂຶ້ນກັບຄອມພິວເຕີ ແລະ ອື່ນໆ. ເພື່ອເຮັດໃຫ້ການນໍາໃຊ້ລະບົບຄອມພິວເຕີ ມີຄວາມສະດວກວ່ອງໄວ; ຍົກລະດັບຄວາມຮູ້ໃຫ້ກັບພະ ນັກງານວິຊາການໄອທີ ຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ນັບມື້ນັບສູງຂຶ້ນ.

ໃນ​ຕອນ​ທ້າ​ຍ​ສະຫາຍ ອົ້ມ ອິນທະລາ ​ ຮອງຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງຫົວພັນຕ່າງໜ້າໃຫ້ ຄະນະໂຄສະນາອົບຮົມແຂວງ ​ມອບໃບຍັ້ງຢືນໃຫ້ນັກສໍາມະນາກອນພ້ອມທັງໂອ້​ລົມຕໍ່​ພິທີ​ຝຶກ​ອົບຮົມ​ເຊີງ​ທ່ານ​ໄດ້​ເໜັ້ນ​ໜັກເຖີງຄວາມໝາຍສໍາຄັນ​ຂອງ​ວຽກງານ​ດັ່ງກ່າວ​ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ນັກ​ສໍາ​ມະ​ນາກ​ອນທີ່​ເຂົ້າ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ເພື່ອ​ສືບ​ຕໍ່​ນໍາ​ເອົາ​ຄວາມ​ຮູ້ ​ແລະ ປະສົບ​ການ​ທີ່​ໄດ້​ຮຽນມາ​ໄປ​ນໍາ​ໃຊ້​ເຂົ້າ​ໃນ​ວຽກງານ​ຕົວ​ຈິງ​ຂອງ​ແຕ່ລະຄົນ​ໃຫ້​ເກີດ​ດອກ​ອອກ​ຜົນ. ການ​ຝຶກ​ອົບຮົມ​ຄັ້ງ​ນີ້​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ 1 ວັນ​ເຄິ່ງ. ແລະ ​ຄັ້ງ​ນີ້​ໄດ້​ປິດ​ລົງ​ຢ່າງ​ເປັນ​ທາງ​ໃນ​ເວລາ 11 ​ໂມງ 30 ຂອງ​ວັນ​ທີ 17 ພຶດສະພາ 2022.