48. ຄອຂ ແຂວງຫົວພັນຈັດພິທີປາຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມ ປີ 2022

ສ້າງຂື້ນເມື່ອ ວັນພະຫັດ, 04 ສິງຫາ 2022 03:20
ຂຽນໂດຍ ອານຸສັກ

 ແຂວງຫົວພັນ ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມ ປີ 2022

     ໃນຕອນເຊົ້າວັນທີ 2 ສິງຫາ 2022 ນີ້ ຢູ່ທີ່ຫໍວັດທະນະທຳແຂວງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດ - ລາວປີ 2022 ຢູ່ທີ່ຫໍວັດທະນະທຳແຂວງ ໃຫ້ກຽດປາຖະກະຖາ ໂດຍທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງຫົວພັນ ມີການນຳແຂວງ, ສະພາປະຊາຊົນແຂວງ, ການນຳເມືອງຊໍາເໜືອ, ອາດີດການນຳ, ຫົວໜ້າ-ຮອງຫົວໜ້າພະແນກການ, ສະມາຄົມຄົນຫວຽດນາມທີ່ອາໄສຢູ່ແຂວງຫົວພັນ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

       ປີ 2022 ແມ່ນປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດ-ລາວ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນ ລາວ-ຫວຽດນາມອ້າຍນ້ອງ ທີ່ມີບັນພະບູລຸດດັ່ງປະທານ ໂຮ່ຈີ່ມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນແວ່ນແຍງ ແລະ ເປັນຜູ້ລິເລີ່ມສາຍພົວພັນຮ່ວມມື ຊຶ່ງໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ ເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນ. ຕະຫລອດໄລຍະປະຫວັດສາດ 60 ປີແຫ່ງສາຍພົວພັນທາງການທູດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການເພີ່ມພູມຄູນສ້າງ ເເລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ສາມາດບັນລຸໝາກຜົນສຳຄັນໃນຂົງເຂດການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ, ເສດຖະກິດ, ວັດທະນະທໍາ, ການສຶກສາ, ການຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການຂອງພັກ-ລັດ ແລະ ບັນດາທ້ອງຖິ່ນລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບການເພີ່ມທະວີ, ບັນລຸໝາກຜົນຕົວຈິງໃນຫລາຍດ້ານ ເຊິ່ງຜົນປະໂຫຍດຫລາຍຢ່າງ, ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນສອງປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ເຫດການປະຫວັດສາດ ທີ່ສໍາຄັນໃນການພົວພັນລະຫວ່າງສອງປະເທດ ແມ່ນເກີດຈາກການຕໍ່ສູ້ໃນສະໜາມລົບການເມືອງ, ການທູດ ໄປຄຽງຄູ່ກັບສະໜາມຮົບບທາງການທະຫານ ຂອງກຳລັງປະຕິວັດ ຂອງສອງປະເທດ.ລາວ-ຫວຽດນາມ ຫວຽດນາມ-ລາວ ໄດ້ເສີມຂະຫຍາຍສາຍພົວພັນພິເສດ ບົນຈິດໃຈແຫ່ງຄວາມສາມັກຄີ, ຄວາມສໍາພັນສູ້ຮົບ ອັນເປັນມູນເຊື້ອ ເພື່ອຮັບປະກັນໃຫ້ການພົວພັນ ລາວ-ຫວຽດ ນາມ ຂະຫຍາຍຕົວຮອບດ້ານ ແລະ ເຂົ້າສູ່ລວງເລິກ, ສອງພັກ-ສອງລັດ ລາວ-ຫວຽດນາມ ໄດ້ເປັນເອກະພາບກັນຕົກລົງໃຫ້ມີການເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຊຶ່ງເນື້ອໃນສົນທິສັນຍາ ໄດ້ບັນຍັດໄວ້ວ່າ “ ສອງຝ່າຍຢືນຢັນວ່າ ອອກແຮງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດລາວ-ຫວຽດນາມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ຢ່າງບໍ່ຢຸດຢັ້ງ, ຮ່ວມມືອັນຍາວນານ ແລະ ຊ່ວຍເຫຼືອກັນ ໃນທຸກດ້ານ ບົນຈິດໃຈຂອງລັດທິສາກົນກຳມະຊີບ ແລະ ຕາມຫຼັກການສະເໝີພາບອັນສົມບູນ, ເຄົາລົບເອກະລາດ, ສິດເປັນເຈົ້າ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງກັນ ແລະ ກັນ, ເຄົາລົບວຽກງານພາຍໃນຂອງກັນ ”. ນັ້ນ ແມ່ນການຢືນຢັນ ແລະ ສ່ອງແສງອອກຢ່າງຈະແຈ້ງ ເຖິງການຫັນເອົາບັນດາໝາກຜົນ ຂອງການປະຕິວັດ, ເຈດຈໍານົງ, ຄວາມມຸ້ງມາດປາຖະ ໜາ ຂອງປະຊາຊົນ ທັງສອງປະເທດ ໃນການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບການພົວພັນ ລາວ-ຫວຽດນາມ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ຫຼື ໜຶ່ງບໍ່ມີສອງ. ການຮ່ວມມື ລະຫວ່າງສອງຝ່າຍ ແຂວງຫົວພັນ ແລະ ບັນດາແຂວງຂອງ ສສ ຫວຽດນາມ ມີ 21 ແຂວງ, 1 ນະຄອນຫຼວງ, 2 ກອງ ບັນຊາການທະຫານເຂດ 2 ແລະ ເຂດ 4, ການຮ່ວມມືລະດັບເມືອງຂອງແຂວງຫົວພັນ ກັບບັນດາເມືອງ, ນະຄອນຂອງ ສສ ຫວຽດນາມມີ 16 ເມືອງ, 3 ນະຄອນຫຼວງ. ໄລຍະແຕ່ປີ 2016-2020 ລັດຖະບານ ແລະ ແຂວງຫົວພັນ ໄດ້ຄົ້ນຄ້ວາ ອະນຸຍາດ ການລົງທຶນຈາກ ປະເທດຫວຽດນາມຄື: ກິດຈະການສໍາປະທານ ໄດ້ທັງຫມົດ 16 ໂຄງການ ມີມູນ ຄ່າ 64 ລ້ານກວ່າໂດລາ ທຶນຈົດທະບຽນ 31ລ້ານກວ່າໂດລາ ໃນນີ້; ຂັ້ນສູນກາງອະນຸມັດມີ 3 ໂຄງການ ມີມູນຄ່າ 38 ລ້ານກວ່າໂດລາ ຂັ້ນແຂວງ ອະນຸຍາດມີ 13 ໂຄງການ ມີມູນຄ່າ 25 ລ້ານກວ່າໂດລາ. ໄລຍະປີ 2016-2020, ມີພະນັກງານ ແລະ ນັກສຶກສາຈາກແຂວງຫົວພັນໄດ້ຮັບທຶນການສຶກສາຈາກລັດຖະບານ ສສ ຫວຽດນາມ ແລະ ບັນດາແຂວງໄປສຶກສາຢູ່ທີ່ປະເທດ ສສ ຫວຽດນາມລວມ ທັງຫມົດມີ 1.665 ຄົນ. ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຂອງແຂວງຫົວພັນ ແລະ ບັນດາ ແຂວງ ສສ ຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງຕິດຈອດຊາຍແດນ ໄດ້ປັບປຸງພື້ນຖານໂຄງລາງ, ພັດທະນາຊີວິດການເປັນຢູ່ດີຂຶ້ນ, ນໍາເອົາການພົວພັນຮ່ວມມື ນັບມື້ເຂົ້າສູ່ລວງເລິກ ແລະ ປະກົດຜົນເປັນຈິງ.