• 36. ຄະນະບໍລິຫານງານພັກແຂວງຫົວພັນ ວາງ
  • ເມືອງວຽງຈັດພິທີ ເຊື່ອມຊຶມເອກະສານສຳ
  • 35. ຄະນະໂຄສະນາອົບຮົມແຂວງ ລົງໂຄສະນາເຄ
  • 34. ແຂວງຫົວພັນໄດ້ເປີດກອງປະຊຸມກະກຽມແຜ
  • ຄະນະໂຄສະນາອົບຮົມເມືອງ ວຽງໄຊ ປະເມີນ
  • ມະຕິ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນ
36.      ຄະນະບໍລິຫານງານພັກແຂວງຫົວພັນ ວາງພວງມາລາ ແລະ ກະຕ່າດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

36. ຄະນະບໍລິຫານງານພັກແຂວງຫົວພັນ ວາງພວງມາລາ ແລະ ກະຕ່າດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ

     ຄະນະບໍລິຫານງານຫົວພັນ ວາງພວງມາລາ ແລະ ກະຕ່າດອກໄມ້ ທີ່ອະນຸສາວະລີນັກຮົບນິລະນາມ ແລ...
ເມືອງວຽງຈັດພິທີ ເຊື່ອມຊຶມເອກະສານສຳຄັນ

ເມືອງວຽງຈັດພິທີ ເຊື່ອມຊຶມເອກະສານສຳຄັນ

ເມືອງວຽງຈັດພິທີ ເຊື່ອມຊຶມເອກະສານສຳຄັນ      ໃນຕອນເຊົ້າຂອງ ວັນທີ 23 ພະຈິກ 2023...
35. ຄະນະໂຄສະນາອົບຮົມແຂວງ ລົງໂຄສະນາເຄື່ອນທີ່ຢູ່ບ້ານ ພຽງຄາ (ກຸ່ມໂຮມທອງ) ເມືອງວຽງໄຊ ແຂວງຫົວພັນ

35. ຄະນະໂຄສະນາອົບຮົມແຂວງ ລົງໂຄສະນາເຄື່ອນທີ່ຢູ່ບ້ານ ພຽງຄາ (ກຸ່ມໂຮມທອງ) ເມືອງວຽງໄຊ ແຂວງຫົວພັນ

ຄະນະໂຄສະນາອົບຮົມແຂວງ ລົງໂຄສະນາເຄື່ອນທີ່ຢູ່ບ້ານ ພຽງຄາ (ກຸ່ມໂຮມທອງ) ເມືອງວຽງໄຊ ແຂວງຫົວພັນ &nb...
34. ແຂວງຫົວພັນໄດ້ເປີດກອງປະຊຸມກະກຽມແຜນການສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

34. ແຂວງຫົວພັນໄດ້ເປີດກອງປະຊຸມກະກຽມແຜນການສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ແຂວງຫົວພັນໄດ້ເປີດກອງປະຊຸມກະກຽມແຜນການສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ...
ຄະນະໂຄສະນາອົບຮົມເມືອງ ວຽງໄຊ ປະເມີນພະນັກງານ-ລັດຖະອນປະຈຳປີ 2023

ຄະນະໂຄສະນາອົບຮົມເມືອງ ວຽງໄຊ ປະເມີນພະນັກງານ-ລັດຖະອນປະຈຳປີ 2023

 ຄະນະໂຄສະນາອົບຮົມເມືອງ ວຽງໄຊ ປະເມີນພະນັກງານ-ລັດຖະອນປະຈຳປີ 2023     &nb...

ມະຕິ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ມະຕິ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI   &...
Previous
Next

ຂ່າວໃໝ່

24. ກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງຫົວພັນ ສຳເລັດກອງປະຊຸມປະເມີນຜົນ ກຳມະບານ 5 ເປັນເຈົ້າ ປະຈຳປີ 2023

ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນສຳເລັດກອງປະຊຸມປະເມີນຜົນ ກຳມະບານ 5 ເປັນເຈົ້າ ປະຈຳປີ 2023

     ໃນຕອນເຊົ້າວັນທີ 07 ກັນຍາ 2023, ຮາກຖານກໍາມະບານ ຄະນະໂຄສະນາອົບຮົມແຂວງຫົວພັນ​ ໄດ້ສໍາເລັດ ກອງປະຊຸມປະເມີນຜົນ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2023. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຄຳພວງ ຄຳບຸດດາພັນ, ຮອງປະທານກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ​ໃຫ້ກຽດ​ເຂົ້າຮ່ວມ​ໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ສະມາຊິກກໍາມະບານພາຍໃນ ໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ

     ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ຂອງກໍາມະບານ​ໃນ​ໄລຍະ​ 1 ປີ ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່​ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ ພ້ອມກັນປະກອບຄໍາ ຄິດຄໍາເຫັນໃສ່ ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ຕາມທິດທາງແຜນການ ສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2024. ຈາກນັ້ນສະມາຊິກກໍາມະບານກໍໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊີ່ງພາຍໃນ ໜ່ວຍມີສະມາຊິກກຳມະບານທັງໝົດ 22 ສະຫາຍ, ຍິງ 9 ສະຫາຍ,ໃນນັ້ນເປັນສະມາຊິກພັກ 19 ສະຫາຍ, ຍິງ 08 ສະຫາຍ, ເປັນສະມາຊິກຊາວໜຸ່ມ 8 ສະຫາຍ, ຍິງ 4 ສະຫາຍ, ເປັນສະມາຊິກແມ່ຍີງ 9 ສະຫາຍ. ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 15 ສະຫາຍ, ຍິງ 5 ສະຫາຍ, 7 ສະຫາຍບໍ່ໄດ້ເຂົ້າຮ່ວມປະເມີນ. ຜ່ານການປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັ້ນ 5 ເປັນເຈົ້າຂອງໜ່ວຍ ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນ ສາມາດຈັດປະຕິບັດບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ໃນພິທີ ໄດ້ມອບ-ຮັບ ໃບຍ້ອງຍໍກຳມະບານ 5 ເປັນເຈົ້າ ຂອງປະທານສະຫະພັນກຳມະບານແຂວງ ໃຫ້ບຸກຄົນ ຈໍານວນ 20 ໃບ. ມອບ-ຮັບໃບຢັ້ງຢືນ ແລະ ໃບຍ້ອງຍໍ ກຳມະບານ 5 ເປັນເຈົ້າ ໃຫ້ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ທີ່ບັນລຸຄາດໝາຍການປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022.

​     ໃນ​ໂອກາ​ດດັ່ງກ່າວ ສະຫາຍ ຕົ່ງ ລີເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດຂະບວນການ 5 ເປັນເຈົ້າໃນໄລຍະ 1 ປີຜ່ານມາ ແລະ ເໜັ້ນໜັກໃຫ້ສືບຕໍ່ ຮັກສາ ມູນເຊື້ອ ຄວາມສາມັກຄີ ອັນດີງາມດັ່ງກ່າວໃນສົກປີຕໍ່ໆໄປ, ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງ - ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ເຂົ້າຮ່ວມຂະບວນການ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນວຽກງານວິຊາສະເພາະ, ວຽກງານທີ່ພົວພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານຈັດຕັ້ງ ປະຕິບັດໃຫ້ມີຜົນສໍາເລັດ ແລະ ພ້ອມກັນແຂ່ງຂັນກັນ ຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ເພື່ອພັດທະນາວຽກງານກຳມະບານໃຫ້ດີຂື້ນເລື່ອຍໆ.

 

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 20  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

273213
ມື້ນີ້ມື້ນີ້58
ມື້ວານນີ້ມື້ວານນີ້440
ອາທິດນີ້ອາທິດນີ້1955
ເດືອນນີ້ເດືອນນີ້498
ທັງໝົດທັງໝົດ273213

 

?>