ຕອນເຊົ້າຂອງວັນທີ 15 ກັນຍາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສ່ອງແສງສະພາບແນວຄິດຫາງສຽງ-ສັງຄົມ ປະຈຳເດືອນ ກັນຍາ ແລະ ທິດທາງແຜນການ ເດືອນ ຕຸລາ ປີ 2023 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຕືກສຳນັກງານອົງການປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ມີທ່ານຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 4 ສະຫາຍ.
ໃນກອງປະຊຸມຄັ້ງນີ້ ທ່ານ ອົ້ມ ອີນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບແນວຄິດຫາງສຽງ-ສັງຄົມ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຫາງສຽງ-ສັງຄົມ ປະຈຳເດືອນ ກັນຍາ ແລະ ທິດທາງແຜນການ ເດືອນ ຕຸລາ ປີ 2023. ຈາກນັ້ນປະທານກອງປະຊຸມໄດ້ໃຫ້ທິດນຳເຈາະຈີ້ມຕໍ່ຮ່າງບົດສະຫຼຸບລາຍງານ ແລະ ທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານຫາງສຽງ-ສັງຄົມໃນໄລຍະຜ່ານມາ ພ້ອມນັ້ນບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈຫາງສຽງ-ສັງຄົມ ຍັງໄດ້ລາຍງານສະພາບແນວຄິດ ຫາງສຽງ-ສັງຄົມ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຄົ້ນຄວ້າ ວິເຄາະ ວິໄຈ ຕາມຄຳເຈາະຈີ້ມ ແລະ ບັນດາຫາງສຽງ-ສັງຄົມ; ຫາງສຽງ-ສັງຄົມຕໍ່ກັບແນວທາງຂອງພັກ; ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຮັບຮອງເອກະພາບເອົາແຜນການສືບຕໍ່ຈັດຕັ້ງປະຕິບັດໃນ ເດືອນ ຕຸລາ ຕ້ອງໄດ້: ສືບຕໍ່ນໍາພາເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ດ້ວຍການນຳແນວທາງແຜນນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄຳສັ່ງ ແລະ ເອກະສານອື່ນໆຈັດຕັ້ງເຊື່ອມຊຶມຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃຫ້ມີຄວາມຮັບຮູ້ທາງດ້ານການເມືອງ, ແນໃສ່ສ້າງສະຕິໃຫ້ມີຄວາມເປັນເຈົ້າປະຕິບັດລະບຽບ, ກົດໝາຍ,ມີຄວາມເປັນເອກະພາບກັບມະຕິ ແລະ ເພີ່ມທະວີໃນການເຮັດວຽກງານນໍາພາແນວຄິດ, ກຳແນວຄິດຈິດຕະສາດຂໍ້ຂັດ ຂ້ອງໝອງໃຈຂອງສັງຄົມໃຫ້ເລິກເຊິ່ງ; ຕ້ອງຖືເອົາວຽກງານຕິດຕາມກວດກາສະພາບຫາງສຽງ-ສັງຄົມເປັນວຽກງານທີ່ສຳຄັນໃນທຸກຂະບວນການ, ຈັດຕັ້ງເຜີຍແຜ່ຜົນສຳເລັດ ກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະ ພັກໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະກາງສະໄໝໃຫ້ບັນດາເປົ້າໝາຍຕ່າງໆ.
ຕອນທ້າຍຂອງກອງປະຊຸມ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ຍັງໄດ້ໃຫ້ກຽດໂອ້ລົມ ເພີ່ນໄດ້ເໜັ້ນໜັກ ແລະ ຮຽກຮ້ອງໃຫ້ບັນດາທ່ານ ບັນດາຄະນະກຳຄົ້ນຄວ້າ, ວິເຄາະ, ວິໄຈຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມຂັ້ນແຂວງ ເປັນເຈົ້າການຕິດຕາມການຈັດຕັ້ງປະຕິບັດແນວທາງຂອງພັກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ບັນຫາຫາງສຽງ-ສັງຄົມ ທີ່ນໍາສະເໜີໃຫ້ຄະນະພັກອົງການຕ່າງໆ ຕ້ອງເປັນເຈົ້າຮີບຮ້ອນກວດກາສຶກສາອົບຮົມແນວຄິດແກ້ໄຂໃຫ້ທັນເຫດການຊີ້ແຈງບັນຫາຖືກກັບຕົວຈິງແລະເປັນເຈົ້າລາຍງານໃຫ້ຄະນະໂຄສະນາອົບຮົມແຂວງຮັບຊາບ. ຄະນະກຳມະການຄົ້ນຄວ້າ, ຕິດຕາມກຳສະພາບຫ່າງສຽງ-ສັງຄົມຕ້ອງເພີ່ມທະວີໃນການສະຫຼຸບລາຍ ງານສະພາບແນວຄິດ ຫາງສຽງ-ສັງຄົມ ຂັ້ນຂອງຕົນໃຫ້ເປັນປົກກະຕິ,ຕິດຕາມເນື້ອໃນບົດລາຍງານປະຈຳເດືອນ, ຫາງ ສຽງ-ສັງຄົມທີ່ຕ້ອງນຳໄປສະເໜີເຮັດວຽກງານສຶກສາອົບຮົມນຳພາແນວຄິດ; ເພື່ອນໍາສະເໜີລາຍງານຕໍ່ຂັ້ນເທິງ. ຄະນະໂຄສະນາອົບຮົມແຂວງໃນນາມເປັນໃຈກາງໃກ້ຊິດຕິດແທດກັບຄະນະພັກຂັ້ນເທິງ, ຕິດຕາມກວດກາເກັບກຳສະພາບແນວຄິດຫາງສຽງ-ສັງຄົມຕ້ອງເພີ່ມທະວີຂອດປະສານງານ, ການຕິດຕາມສັງລວມບັນຫາ ຫາງສຽງ-ສັງຄົມຄຳຮ້ອງຟ້ອງ, ຮ້ອງທຸກ ຈາກພົນລະເມືອງດີ ແລະ ຕາໜ່າງເພື່ອນຮ່ວມງານ, ພ້ອມທັງເຂົ້າຮວ່ມຂະບວນການເກັບກຳຂໍ້ມູນ ເພື່ອນຳມາສະເໜີກອງປະຊຸມຄົ້ນຄວ້າ, ວິເຄາະ, ວິໄຈແຕ່ລະເດືອນ. ສະຫຼຸບສັງລວມສະພາບແນວຄິດຫາງສຽງ-ສັງຄົມ, ດ້ານຕັ້ງໜ້າ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຄະນະພັກຂັ້ນເທິງຮັບຊາບ.
ກອງປະຊຸມດັ່ງກ່າວໄດ້ດຳເນີນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 46 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1943 |
![]() | ເດືອນນີ້ | 486 |
![]() | ທັງໝົດ | 273201 |