ວັນທີ 1-2 ພະຈິກ 2023 ທີຜ່ານມານີ້ ແຂວງຫົວພັນໄດ້ຈັດກອງປະຊຸມ ເຊື່ອມຊືມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ບັນດາຄຳສັ່ງ, ຄຳແນະນຳຂອງສູນກາງພັກ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ທີ່ສະໂມສອນໃຫຍ່ແຂວງຫົວພັນ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄໍາແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ວ່າການເຈົ້າແຂວງຫົວພັນ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງ, ຄະນະພັກກອງບັນຊາການທະຫານ-ຕຳຫຼວດ, ເລຂາພັກເມືອງ-ເຈົ້າເມືອງ 10 ເມືອງ, ເລຂາຄະນະພັກຮາກຖານ, ໜ່ວຍພັກເອກະລາດ, ຫົວໜ້າພະແນກການ, ອົງການທຽບເທົ່າ ຕະຫຼອດຮອດລັດວິສາຫະກິດອ້ອມຂ້າງແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວາລະດຳເນີນກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ເອກະສານຄຳສັ່ງແນະນຳ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 434/ຄລສພ, ລົງວັນທີ 18 ກັນຍາ 2023 ວ່າດ້ວຍການເຊື່ອມຊືມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເອກະສານຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະກາງສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ວ່າດ້ວຍການຜັນຂະຫຍາຍ ເນື້ອໃນຄຳສັ່ງເລກທີ 411/ຄລສພ, ຄຳແນະນຳຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ວ່າດ້ວຍການຜັນຂະຫຍາຍເນື້ອໃນຄຳສັ່ງເລກທີ 411/ຄລສພ, ຄໍາແນະນໍາຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 05/ຫສພ, ລົງວັນທີ 23 ຕຸລາ 2023 ວ່າດ້ວຍການແນະນໍາກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກແຕ່ລະຂັ້ນ ເຊີ່ງເອກະສານປະກອບມີ ບົດທີ 1 ຄວາມເຂົ້າໃຈກ່ຽວກັບການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ບົດທີ 2 ຍົກສູງຄວາມສາມາດນຳພາຂອງພັກ ແລະ ຄວາມເປັນແບບຢ່າງນຳໜ້າຂອງພັກ, ບົດທີ 3 ຕັ້ງໜ້າຝືກຝົນຫຼໍຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິບັດ, ບົດທີ 4 ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ ເຊີ່ງບັນດາເອກະສານແມ່ນຄະນະບໍລິຫານງານພັກແຂວງ ເປັນຜູ້ພັດປ່ຽນກັນຂື້ນບັນລະຍາຍບັນດາເອກະສານ, ທັງນີ້ກໍ່ເພື່ອໃຫ້ຄະນະພັກຂັ້ນຕ່າງໆ, ພະນັກງານຫຼັກແຫຼ່ງ ແລະສະມາຊິກພັກ - ພະນັກງານ ໄດ້ຮັບຮູ້ເຂົ້າໃຈ, ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ ແລະ ດຳເນີນການຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ແລະ ຕາມຂອບເຂດຄວາມຮັບຜິດຊອບ ຂອງແຕ່ລະອົງຄະນະພັກແຕ່ລະຂັ້ນ ຍົກສູງຄວາມຮັບຜິດຊອບສຸມສະຕິປັນຍາຄົ້ນຄວ້າ-ວິໃຈກຳແໜ້ນຢ່າງເລິກ ເຊິ່ງ ແລະ ທົ່ວເຖິງ.
ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນເຕັມ ແລະ ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 54 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1951 |
![]() | ເດືອນນີ້ | 494 |
![]() | ທັງໝົດ | 273209 |