ໃນວັນທີ 25 ກໍລະກົດ 2023 ຜ່ານມານີ້ ຄະນະໂຄສະນາເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດພິທີເປິດຮຽນເອກະສານອົບຮົມມະຫາຊົນກ້າວໜ້າ ຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈຳປີ 2023 ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານເມືອງຊຽງຄໍ້, ແຂວງຫົວພັນ, ພາຍໃຕ້ເປັນປະທານ ແລະ ບັນລະຍາຍເອກະສານໂດຍສະຫາຍ ຜ່ານທອງ ໄຊສົມພັນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ເຂົ້າຮ່ວມມີວິຊາການໜ່ວຍງານອົບຮົມເມືອງ, ເລຂາພັກຮາກຖານ, ເລຂາໜ່ວຍພັກທີ່ກ່ຽວຂ້ອງ ແລະ ມະຫາຊົນກ້າວໜ້າມາຈາກ 4 ໜ່ວຍພັກມີຈຳນວນທັງໝົດ 7 ສະຫາຍ.
ພິທີເປີດຮຽນ ເອກະສານອົບຮົມ ມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໃນຄັ້ງນີ້, ໄດ້ດໍາເນີນໄປດ້ວຍບັນຍາກາດອັນມີເນື້ອໃນຄວາມໝາຍ, ຄວາມສໍາຄັນ, ເອກະສານທີ່ນໍາມາຝຶກອົບຮົມຄັ້ງນີ້ ປະກອບມີ 13 ຄຳຖາມ-13 ຄຳຕອບ, ເຊີ່ງເປັນເອກະສານຮຽນຮູ້ເບື້ອງຕົ້ນ ຂອງມະຫາຊົນທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈ ກ່ຽວກັບຄວາມເປັນມາ ຂອງການກໍ່ສ້າງພັກ, ອຸດົມການ, ທາດແທ້ ແລະ ຫຼັກການຂອງພັກ, ໃຫ້ເຂົ້າໃຈກ່ຽວກັບມາດຖານເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ ຂອງສະມາຊິກພັກ.
ພາຍຫຼັງສຳເລັດການຝຶກອົບຮົມແລ້ວສະຫາຍ ຜ່ານທອງ ໄຊສົມພັນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ຮັບກຽດມອບໃບຢັ້ງຢືນໃຫ້ແກ່ມະຫາຊົນທີ່ໄດ້ຜ່ານການຝຶກອົບຮົມຄັ້ງນີ້ ພ້ອມທັງໂອ້ລົມຕໍ່ມະຫາຊົນກ້າວໜ້າຕື່ມວ່າ, ໃຫ້ສືບຕໍ່ເຝິກຝົນຕົນເອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ສະພາບການໜ້າທີ່ວຽກງານ, ຕ້ອງເອົາໃຈໃສ່ເຮັດສຳເລັດໜ້າທີ່ວຽກງານ ຂອງຂັ້ນເທິງ ແລະ ບ້ານຂອງຕົນຕາມການມອບໝາຍໃຫ້, ຕ້ອງເດັດຂາດບໍ່ໃຫ້ມີບັນຫາທີບໍ່ດີເກີດຂື້ນຢູ່ນໍາຕົນເອງ, ໃຫ້ປົກປັກຮັກສາໃບຢັ້ງຢືນບໍ່ໃຫ້ຕົກເຮ່ຍເສຍແບບບໍ່ມີເຫດຜົນ.
ພິທີດັ່ງກ່າວໄດ້ຈົບລົງດ້ວຍໝາກຜົນອັນຈົບງາມ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 54 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1951 |
![]() | ເດືອນນີ້ | 494 |
![]() | ທັງໝົດ | 273209 |