ນັກສຶກສາ ທິດສະດີການເມືອງ - ການປົກຄອງ ຊັ້ນຕົ້ນ ຊຸດທີ 02 ເມືອງຮຽມ ໄປທັດສະນະສຶກສາ.
ຕອນແລງ ວັນທີ 29 ຕຸລາ 2021 ຜ່ານມານີ້ ນັກສຳມະນາກອນ ທິດສະດີການເມືອງ-ການປົກຄອງຊັ້ນຕົ້ນ ຊຸດທີ 02 ເມືອງຮ້ຽມ ແຂວງຫົວພັນ ໄດ້ໄປທັດສະນະສຶກສາ ຟາມລ້ຽງງົວ-ຄວາຍຂອງທ່ານ ອັງແຕນ ໄຊສົມພອນ ທີ່ບ້ານຫົວພູ ໂດຍມີທ່ານ ປອ ບຸນວິໄຊ ກົງປະລີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງຮ້ຽມ ພ້ອມດ້ວຍຄະນະຮັບຜິດຊອບ, ຄູ-ອາຈານສອນ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 62 ຄົນ, ຍິງ 25 ຄົນ.
ໃນໂອກາດດັ່ງກ່າວ; ທ່ານ ອັງແຕນ ໄຊສົມພອນ ເຈົ້າຂອງຟາມ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເປັນກັນເອງ, ພ້ອມທັງລາຍງານສະພາບການຮອບດ້ານໃນການສ້າງຕັ້ງຟາມ, ແຮງພັກດັນໃນການສ້າງຟາມ, ການລົງທຶນ, ວິທີການຈັດສັນດິນ, ວິທີການລ້ຽງ, ການເບິ່ງແຍງ-ດູແລ ແລະ ບົວລະບັດຮັກສາສັດລ້ຽງໃນຟາມປັດຈຸບັນ ແລະ ອະນາຄົດ, ໂອກາດດຽວກັນນັ້ນ;
ທ່ານ ປອ ບຸນວິໄຊ ກົງປະລີ ຕາງໜ້າໃຫ້ຄະນະຮັບຜິດຊອບ, ຄູ-ອານສອນ ແລະ ນັກສຳມະນາກອນໄດ້ມອບກະຕ່າຂອງຂວັນ ໃຫ້ເຈົ້າຂອງກິດຈະການ. ຈາກນັ້ນ; ກໍໄດ້ພ້ອມກັນໄປທ່ຽວຊົມເບິ່ງຝາມລ້ຽງສັດຕົວຈິ່ງ ແລະ ສໍາພາດເຈົ້າຂອງຝາມໄປດ້ວຍຄວາມກະຕືລືລົ້ນ.
ການລົງທັດສະນະສຶກສາຄັ້ງນີ້; ກໍ່ເພື່ອມາຖອດຖອນບົດຮຽນ, ສຶກສາ, ຊອກຫາຄວາມຮູ້, ນໍາເອົາແບບຢ່າງ, ບົດຮຽນ ແລະ ວິທີການຕ່າງໆ ເພື່ອນໍາມາໝູນໃຊ້ເຂົ້າໃນບົດຮຽນ, ໜ້າທີ່ວຽກງານ ແລະ ຊີວິດປະຈໍາວັນຕົວຈິງ ໃຫ້ເກີດດອກອອກຜົນ.
ມີ 52 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 80 |
![]() | ມື້ວານນີ້ | 129 |
![]() | ອາທິດນີ້ | 864 |
![]() | ເດືອນນີ້ | 3241 |
![]() | ທັງໝົດ | 163357 |