ຕອນເຊົ້າວັນທີ 26 ກໍລະກົດ 2023 ນີ້ເມືອງກວັນ ແຂວງຫົວພັນໄດ້ຈັດພິທີເຊື່ອມຊືມ ມະຕິກອງປະຊຸມ ຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 6 ສະໄໝທີ XI, ມະຕິກອງປະຊຸມກາງສະໄໜຂອງແຂວງຫົວພັນ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງກວັນ ຄັ້ງທີ 13 ສະໄໝທີ 2, ຜ່ານແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ ແລະ ບົດໂອ້ລົມຂອງທ່ານ ບຸນທອງ ຈິດມະນີ ກົມການເມືອງສູນກາງພັກ ຮອງປະທານປະເທດ ໂດຍເປັນກຽດເຂົ້າຮວ່ມພິທີ ຂອງທ່ານ ດາວເພັດ ພົມສຸວັນ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງ-ເມືອງກວັນ, ມີບັນດາທ່ານການນໍາເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານສຳມາຊິກພັກ, ພະນັກງານລັດຖະກອນ ພາຍໃນເມືອງເຂົ້າຮວ່ມນຳຢາງຫຼວງຫຼາຍ
ຜ່ານການເຊ່ືອມຊືມເອກະສານດັ່ງກ່າວໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານມີຄວາມຮັບຮູ້ເຂົ້າໃຈເນື້ອໃນຈິດໃຈ, ຄວາມສຳຄັນຂອງເອກະສານເພື່ອນຳເອົາໄປຜັນຂະຫຍາຍເຂົ້າໃນວຽກງານຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ.
ມີ 22 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 58 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1955 |
![]() | ເດືອນນີ້ | 498 |
![]() | ທັງໝົດ | 273213 |