ໃນຕອນເຊົ້າຂອງວັນທີ 17 ສິງຫາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ສະມາຊິກພັກສົມບູນໃໝ່ ທີ່ຢູ່ບັນດາໜ່ວຍພັກຂື້ນກັບຮາກຖານພັກ ແລະ ໜ່ວຍພັກເອກະລາດອ້ອມຂ້າງແຂວງ ຄັ້ງທີ II ປີ 2023 ຂຶ້ນທີ່ຫ້ອງປະຊຸມຊັ້ນ V ຕືກສຳນັກງານປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານນຳພາ - ຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 14 ສະຫາຍ.
ກອງປະຊຸມຄັ້ງນີ້ຈຸດປະສົງ ເພື່ອສຶກສາອົບຮົມ, ຍົກລະດັບຄວາມຮູ້, ຄວາມເຂົ້າໃຈເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ ໃຫ້ສະມາຊິກພັກ, ໂດຍສະເພາະ ແມ່ນການເສີມຂະຫຍາຍມູນເຊື້ອຂອງພັກ, ການຍົກສູງຄວາມສາມາດນຳພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ-ລັດ ກໍຄື ຖັນແຖວສະມາຊິກພັກຢ່າງທັນການ, ມີຄວາມຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້ສາມາດສ້າງໃຫ້ສະມາຊິກພັກສົມບູນໃໝ່ ນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປໜູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດວຽກງານ ແລະ ການດຳລົງຊີວິດ, ສ້າງແນວຄິດ ແລະ ການກະທຳໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ຍົກລະດັບຄວາມສາມາດ ແລະ ສ້າງຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ແກ່ມະຫາຊົນ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດແນະນໍາຂອງ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊີ່ງ ສະຫາຍ ຍັງໄດ້ຍົກສູງຄວາມຮັບຜິດຊອບ, ດ້ານແນວຄິດໃຫ້ຖືກຕ້ອງຕາມແນວທາງ, ອຸດົມການຂອງພັກ, ຮູ້ອຸທິດຕົນເພື່ອຜົນປະໂຫຍດສ່ວນລວມຂອງຊາດ, ມີການດຳລົງຊີວິດຂາວສະອາດ, ມີລະບຽບວິໄນ, ມີຄວາມອົດທົນຜ່ານຜ່າອຸປະສັກ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ມີຄວາມຮັບຮູ້ໃນການສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນພັກ.
ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.
ໃນວັນທີ 15-16 ສິງຫາ 2023 ຜ່ານມານີ້ ທາງ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມເມືອງກວັນ ໄດ້ຈັດພິທີຝືກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຂື້ນຢູ່ທີ ສະໂມສອນ ເມືອງກວັນແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອຳພອນ ສອນວິໄລ ຮອງເລຂາພັກເມືອງກວັນ ຜູ້ປະຈຳການ, ມີສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ມີສະຫາຍ ບຸນເພັງ ຈັນທະດາລາ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງຮັບຜິດຊອບຊຸດອົບຮົມ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 52 ສະຫາຍ, ຍິງ 14 ສະຫາຍ.
ການຈັດຝືກອົບຮົມໃນຄັ້ງນີ້ເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນດຳເນີນງານ ແລະ ໂຄງການຈຸດສຸມຂອງວຽກງານໂຄສະນາອົບຮົມ ເຂົ້າສູ່ຊີວິດຕົວຈິງ ແລະ ຝຶກອົບຮົມເປົ້າໝາຍຕ່າງໆ ເວົ້າລວມ, ເວົ້າສະເພາະ ແມ່ນພະນັກງານທີ່ເຮັດວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານສັງລວມ-ຫາງສຽງສັງຄົມ ຢ່າງເລິກເຊິ່ງ ບົນພື້ນຖານຄວາມຮັບຮູ້ດັ່ງກ່າວ ແມ່ນແນ່ໃສ່ເຮັດໃຫ້ພະນັກງານທີ່ຮັບຜິດຊອບວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໄດ້ຍົກສູງຄຸນນະພາບທາງດ້ານວິຊາການ, ວິທີການຈັດຕັ້ງປະຕິບັດໃນການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ທັງປະຕິບັດພາລະບົດບາດ, ສິດ, ໜ້າທີ່ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຕື່ມ. ຄະນະຮັບຜິດຊອບຊຸດອົບຮົມໄດ້ມີຄວາມຮັບຜິດຊອບຢ່າງສູງເປັນຕົ້ນ ການຂຶ້ນຫ້ອງບັນຍາຍ ແລະ ເຜີແຜ່ນິຕິກຳກ່ຽວຂ້ອງ ໃນການຈັດຕັ້ງເຄື່ອນໄຫວວຽກງານຫາງສຽງ-ສັງຄົມ, ຈັດເປັນກຸ່ມຄົ້ນຄວ້າສົນທະນາຕາມຫົວຂໍ້ຄຳຖາມເຈາະຈີ້ມຂອງບົດຮຽນ ເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ນັກສຳມະນາກອນ, ກໍ່ຄືຄະນະກຳມະການຄົນຄວ້າ, ວິເຄາະ, ວິໄຈ ຫາງສຽງ-ສັງຄົມ ແລະ ຕາໜາງເພື່ອນຮ່ວມ ມີຄວາມຮັບຮູ້ກຳແໜ້ນແນວທາງຂອງພັກ, ກຳແໜ້ນໜ້າທີ່ການເມືອງໃນການເຮັດວຽກງານການເມືອງແນວຄິດ ຢ່າງໜັກແໜ້ນ ແລະ ຮູ້ຈຳແນກບັນຫາຫາງສຽງແມ່ນຫຍັງ ຂ່າວລືແມ່ນຫຍັງ. ນັກສຳມະນາກອນໄດ້ປະຕິບັດໂມງເວລາເຂົ້ມງວດ ຕັ້ງໜ້າຮັບຟັງການເຜີຍແຜ່ບັນຍາຍເອກະສານຈາກຄູອາຈານ ສາມາຮັບຮູ້ກຳແໜ້ນບົດຮຽນເປັນພື້ນຖານບ່ອນອິງເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ສອດຄອງຖືກຕ້ອງຕາມນິຕິກຳ. ການຈັດຕັ້ງດຳເນີນຊຸດອົບຮົມວຽກງານຫາງສຽງ-ສັງຄົມໃນຊຸດນີ້ ສາມາດປະຕິບັດໄດ້ຕາມແຜນການຄາດໄວ້ ເຊິ່ງມີນັກສຳມະນາກອນເຂົ້າຮວ່ມທັງໜົດ 40 ສະຫາຍ, ຍິງ 11 ສະຫາຍ, ໃນນີ້ມາຈາກຮາກຖາກຸ່ມບ້ານ 11 ສະຫາຍ. ທຽບໃສ່ແຜນການປະຕິບັດໄດ້ 89 %ຂອງເປົ້າໝາຍເຂົ້າຮ່ວມ.
ຊຸດຝືກອົບຮົມຄັ້ງນີ້ເປັນກຽດກ່າວປິດ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ອຳພອນ ສອນວິໄລ ຮອງເລຂາພັກເມືອງກວັນ ຜູ້ຊີ້ນຳວຽກງານແນວຄິດ-ທິດສະດີຂັ້ນເມືອງ, ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສຳເລັດທີ່ຍາດມາໄດ້, ສະແດງຄວາມຍີນດີຕອນຮັບຄະນະຮັບຜິດຊອບຊຸດອົບຮົມວຽກງານ ຫາງສຽງ-ສັງຄົມ ຄັ້ງນີ້ທີ່ໄດ້ນຳເອົາທີ່ບົດຮຽນ ແລະ ນິຕິກຳມາເຜີຍແຜ່ເຊື່ອມຊືມໃຫ້ພະນັກງານທີເຮັດວຽກງານ ຄົ້ນຄວ້າ, ຕິດຕາມ, ເກັບກຳ ສະພາບແນວຄິດຫາງສຽງ-ສັງຄົມ ເຂົ້າສຸ່ລວງເລີກ. ເພື່ອປົກປ້ອງແນວທາງຂອງພັກອັນຖືກຕ້ອງ, ໃນເມື່ອສະພາບປັດຈຸບັນພົບຄວາມຫຍຸ້ງຍາກ ແລະ ມີຫຼາຍອັນເປັນສີ່ງທ້າທ້າຍຕໍໍ່ການນຳພາຂອງພັກ, ການຄຸ້ມຄອງສັງຄົມເປັນຕົ້ນ: ສະພາບຄວາມຫຍຸ້ງຫຍາກທາງດ້ານເສດຖະກິດການເງີນ, ສະພາບປະກົດການຫຍໍ້ທໍ້ ບັນຫາສີ່ງເສບຕິດ ແລະ ອື່ນໆ. ສະນັ້ນຈື່ງຮຽກຮ້ອງໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງຖືເອົາວຽກງານສືກສາອົບຮົມນຳພາແນວຄິດເປັນກົກ, ນັກສຳມະນາກອນຈົ່ງເຊີດຊູຄວາມເປັນເຈົ້ານຳເອົາບົດຮຽນ, ນິຕິກຳເຜີຍແຜ່ໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈ ເປັນເຈົ້າຄົ້ນຄວ້າ ຕິດຕາມ ແລະ ລາຍງານສະພາບ ແນວຄິດ ຫາງສຽງ-ສັງຄົມຂອງສະມາຊິກພັກ, ພະນັກງານ ປະຊາຊົນບັນດາເຜົ່າໃຫ້ທັນເຫດການ.
ຊຸດຝືກອົບຮົມວຽກງານສັງລວມຫາງສຽງ-ສັງຄົມໄດ້ດຳເນີນມາເປັນເວລາ 2 ວັນເຕັມ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມຕາມແຜນການທີຄາດໄວ້
ວັນທີ 2 ສິງຫາ 2023 ທີ່ຜ່ານມາ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ແຂວງຫົວພັນຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງສະພາປະຊາຊົນ ແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຫົວພັນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ; ບັນດາທ່ານຄະນະປະຈຳພັກແຂວງ; ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ; ສະມາຊິກສະພາປະຊາຊົນແຂວງ ຊຸດທີ II; ເຈົ້າເມືອງ 10 ເມືອງ; ອາດີດການນຳ ພັກ-ລັດ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 8, ສະມາຊິກສະພາປະຊາຊົນແຂວງ ຊຸດທີ I, ຜູ້ຕາງໜ້າອົງການແນວລາວສ້າງຊາດ; ອົງການຈັດຕັ້ງມະຫາຊົນ ແລະ ພະແນກການອ້ອມຂ້າງແຂວງ; ອົງການທຽບເທົ່າ; ສອງກອງບັນຊາການ ແລະ ພາກສ່ວນທຸລະກິດ ເຂົ້າຮ່ວມທັງໝົດ 105 ທ່ານ ຍິງ 17 ທ່ານ.
ວາລະກອງປະຊຸມ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເປັນກຽດກ່າວເປີດກອງປະຊຸມຢ່າງເປັນທາງການ. ຊຶ່ງເນື້ອໃນບົດສູນທອນພົດກ່າວໄຂກອງປະຊຸມ ຂອງທ່ານປະທານບາງຕອນໄດ້ກ່າວວ່າ: ໃນທາມກາງບັນຍາກາດທີ່ ທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນບັນດາເຜົ່າເວົ້າລວມ; ເວົ້າສະເພາະທົ່ວແຂວງຫົວພັນ, ພວມສຳເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ແຂວງຫົວພັນ ສະໄໝຄັ້ງທີ X ຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງສູນກາງພັກ, ມະຕິ X ຂອງອົງຄະນະພັກແຂວງຫົວພັນ, ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີຄັ້ງທີ IX ກໍຄືບັນດາມະຕິກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2023, ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ຕິດພັດກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດຢ່າງເປັນຂະບວນການຟົດຟື້ນ, ແຂງແຮງແລະເປັນຮູບປະທຳຫຼາຍຂຶ້ນ.
ການເຄື່ອນໄຫວຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງໃນໄລຍະ 6 ເດືອນຕົ້ນປີ2023 ແມ່ນຢູ່ໃນສະພາບການຂອງພາກພື້ນ ແລະ ສາກົນທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມທີ່ຄາດຄະເນໄດ້ຍາກເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດລາວເວົ້າລວມ, ເວົ້າສະເພາະ ແຂວງຫົວພັນ ຂອງພວກເຮົາໂດຍສະເພາະແມ່ນການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍພົບຫຼາຍສິ່ງທ້າທາຍອັນໃໝ່ເປັນຕົ້ນເງິນເຟີ້, ລາຄານ້ຳມັນເຊື້ອໄຟແລະລາຄາສິນຄ້າເພີ່ມຂຶ້ນສູງ, ເຮັດໃຫ້ມີຜົນກະທົບຢ່າງແຮງຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນາເຜົ່າມີຄວາມຝືດເຄືອງ ແລະ ພົບກັບບັນຫາຄວາມຫຍຸ້ງຍາກຫຼາຍຢ່າງ. ແຕ່ເຖິງວ່າສະພາບການປະຈຸບັນຈະຫຍຸ້ງຍາກປານໃດກໍຕາມດ້ວຍຄວາມເອົາໃຈໃສ່ນຳພາ-ຊີ້ນໍາຂອງອົງຄະນະພັກແຂວງ ຊຸດທີ X ແລະດ້ວຍການເສີມຂະຫຍາຍຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຄະນະພັກ, ອົງການອຳນາດລັດແຕ່ລະຂັ້ນກໍ່ຄືການເສີມຂະຫຍາຍຄວາມເປັນເຈົ້າການຫົວຄິດປະດິດສ້າງຂອງປະຊາຊົນໃນແຕ່ລະທ້ອງຖິ່ນຕາມທ່າແຮງບົ່ມຊ້ອນຕົວຈິງທີ່ມີ ແລະ ການສະໜັບສະໜູນ, ການຊ່ວຍເຫຼືອຈາກອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງທາງສັງຄົມທຸກຂັ້ນ ແລະ ການຊ່ວຍເຫຼືອຈາກແຂວງແຮກສ່ຽວຫວຽດນາມ ແລະ ອົງການຈັດຕັ້ງສາກົນໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະ 6 ເດືອນຕົ້ນປີ 2023 ຜ່ານມາມີທ່າຂະຫຍາຍຕົວໃນລະດັບດີພໍສົມຄວນ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາຄ່ອຍໆດີຂຶ້ນ.
ກອງປະຊຸມສະໄໝສາມັນ ເທື່ອທີ່ 5 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ຈະໄດ້ຮັບຟັງການລາຍງານແລະ ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງແຂວງດັ່ງນີ້:
1) ພິຈາລະນາ ແລະ ຮັບຟັງການລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນ ຂອງອົງການປົກຄອງແຂວງໃນໄລຍະກາງສະໄໝ (2021-2023), ທິດທາງທ້າຍສະໄໝ (2023-2025) ວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2023.
2) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023), ທິດທາງທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງອົງການປົກຄອງແຂວງ.
3) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ກາງສະໄໝ (2021-2023), ທິດທາງທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງອົງການປົກຄອງແຂວງ.
4) ພິຈາລະນາ ແລະ ຮັບຟັງ ການລາຍງານການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຸ້ຍງຍາກທາງດ້ານເສດຖະກິດ-ການເງິນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງແຂວງຫົວພັນ.
5) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງພະແນກພະລັງງານ ແລະ ບໍ່ແຮ່ ກ່ຽວກັບການຄຸ້ມຄອງ, ການສຳຫຼວດ, ການຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ຂອງແຂວງຫົວພັນ.
6) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກ່ຽວກັບ ບັນດາກິດຈະການ ເຊົ່າ, ສໍາປະທານທີ່ດິນ ເພື່ອການລົງທຶນ ແລະ ກິດຈະການ ການສຳຫລວດ ຂຸດຄົ້ນແຮ່ທາດ ທີ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດຢູ່ແຂວງຫົວພັນ.
7) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການເຄື່ອນໄຫວວຽກງານ ກາງສະໄໝ (2021-2023), ທິດທາງທ້າຍສະໄໝ (2023-2025) ແລະ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ແຂວງຫົວພັນ.
8) ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023.
9) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການເຄື່ອນໄຫວວຽກງານ ກາງສະໄໝ (2021-2023), ທິດທາງທ້າຍສະໄໝ (2023-2025) ແລະ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງສະພາປະຊາຊົນ ແຂວງຫົວພັນ.
10) ປະເມີນຄວາມໄວ້ວາງໃຈຕໍ່ການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ສະພາປະຊາຊົນແຂວງເລືອກຕັ້ງ ແລະຮັບຮອງເອົາການແຕ່ງຕັ້ງ.
ກອງປະຊຸມສະໄໝສາມັນ ເທື່ອທີ່ 5 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນເຕັມ ນັບແຕ່ ວັນທີ 2-4 ສິງຫາ 2023 ຈຶ່ງສຳເລັດ.
ໃນຕອນເຊົ້າຂອງວັນທີ 26 ມີນາ 2023 ນີ້ ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ປະຈຳໄຕມາດ II (4-5-6) ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຊື່ງມີ ທ່ານ ອົ້ມ ອິນທະລາ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ເພື່ອຖອດຖອນບົດຮຽນການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຜ່ານສື່ເອເລັກໂຕຮນີກຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ສາມາດເຄື່ອນໄຫວໄດ້ປົກກະຕິມີຄວາມສະດວກວ່ອງໄວ, ທັນສະໄໝ ໃຫ້ທັນກັບສະພາບການ. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານເວບໄຊຂອງ ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ II ເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການໃນຕໍ່ໜ້າຂອງບັນດາແຂວງໃນທົ່ວປະເທດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:
1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີ່ຖືກແຕ່ງຕັ້ງຈະເປັນຜູ້ເກົ່າ ຫຼື ຜູ້ໃໝ່ ຕ້ອງໄດ້ເອົາໃຈໃສ່ຍາດແຍ່ງຄວາມຮູ້ນຳຜູ້ຮັບຜິດຊອບທາງສູນກາງເພື່ອພັດທະນາວຽກງານໃຫ້ສຳເລັດໄດ້ຮັບໝາກຜົນທີ່ດີ.
2. ຕິດຕາມກວດກາຄືນການເຄື່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນໃນບັນດາເມນ, ຄໍລຳຕ່າງໆ ມີບົດຂ່າວ ບົດຄວາມ ຫຼື ຂໍ້ມູນຕ່າງໆ ໃຫ້ມີການເຜີຍແຜ່ເປັນປົກກະຕິ.
3. ພະຍາຍາມສ້າງການພົວພັນ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄື່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ.
4. ກົນໄກການປະສານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ທີມງານທາງສູນກາງ ຂໍໃຫ້ເພີ່ມທະວີຂື້ນຕື່ມ, ແຂວງໃດທີມີຂໍ້ຄົງຄ້າງກໍ່ໃຫ້ຮີບຮ້ອນສະເໜີ ຫຼື ອາດຈະປະຊຸມທາງໄກຮ່ວມກັນເພື່ອຫາວິທີແກ້ໄຂບໍ່ໃຫ້ວຽກງານພວກເຮົາຢຸດສະງັດ ພະຍາຍາມຫັນມານຳໃຊ້ເຕັກໂນໂລຊີເຂົ້າໃນການປະຕິບັດໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.
ກອງປະຊຸມໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.
ຕອນເຊົ້າຂອງວັນທີ 19 ກໍລະກົດ 2023, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສ່ອງແສງສະພາບແນວຄິດຫາງສຽງ-ສັງຄົມ ປະຈຳເດືອນ, ສະຫຼຸບ 6 ເດືອນຕົ້ນປີ 2023 ແລະ ທິດທາງ 6 ເດືອນທ້າຍປີ 2023ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຕືກສຳນັກງານປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ມີທ່ານຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ.
ໃນກອງປະຊຸມຄັ້ງນີ້ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາສະພາບແນວຄິດຫາງສຽງ-ສັງຄົມ ປະຈຳເດືອນ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຫາງສຽງ-ສັງຄົມໃນໄລຍະ 6 ເດືອນຕົ້ນປີ 2023 ແລະ ທິດທາງ 6 ເດືອນທ້າຍປີ 2023. ຈາກນັ້ນປະທານກອງປະຊຸມໄດ້ໃຫ້ທິດນຳເຈາະຈີ້ມຕໍ່ຮ່າງບົດສະຫຼຸບລາຍງານ ແລະ ທິດທາງແຜນການໃນການຈັດຕັ້ງເຄື່ອນໄຫວວຽກງານຫາງສຽງ-ສັງຄົມໃນໄລຍະຜ່ານມາ ພ້ອມນັ້ນບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈຫາງສຽງ-ສັງຄົມ ຍັງໄດ້ລາຍງານສະພາບແນວຄິດ ຫາງສຽງ-ສັງຄົມ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຄົ້ນຄວ້າ ວິເຄາະ ວິໄຈ ຕາມຄຳເຈາະຈີ້ມ ແລະ ບັນດາຫາງສຽງ-ສັງຄົມ; ຫາງສຽງ-ສັງຄົມຕໍ່ກັບແນວທາງຂອງພັກ; ການຄຸ້ມຄອງລັດ-ຄຸເມຄອງສັງຄົມ ແລະ ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ມີ 13 ສະບັບ; ມີ 6 ຄຳສະເໜີ; 5 ເລື່ອງ; 2 ຫາງສຽງ ແລະ ຮັບຮອງເອກະພາບເອົາແຜນການສືບຕໍ່ປະຕິບັດໃນ 6 ເດືອນທ້າຍປີດັ່ງນີ້:
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານຄະນະກຳມະການຄົ້ນຄວ້າ, ວິເຄາະ, ວິໃຈ ທີ່ໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບ ຫາງສຽງ - ສັງຄົມ ລາຍງານໃຫ້ຂັ້ນເທີງເປັນປົກກະຕິ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ, ບັນດາຄະນະກຳຄົ້ນຄວ້າ, ວິເຄາະ, ວິໄຈຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມ ເປັນເຈົ້າຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ໜັກແໜ້ນຄື:
1). ຄະນະໂຄສະນາອົບຮົມແຂວງ ຕິດຕາມ, ເກັບກຳສະພາບແນວຄິດຫາງສຽງ-ສັງຄົມໃຫ້ທັນເຫດການຄື: ຕ້ອງເພີ່ມທະວີຄວາມຮັບຜິດຊອບເຮັດພັນທະໜ້າທີ ມອບໃຫ້ແຕ່ລະພາກສ່ວນປະສານສົມທົບກັບຄະນະໂຄສະນາອົບຮົມແຂວງລົງກວດກາຕິດຕາມເກັບກຳສະພາບຕົວຈີງ ຕອ້ງເລືອກເອົາພະນັກງານຜູ້ທີ່ມີແນວຄິດໜັກແໜ້ນໃນຂອບການປະສານງານ.
2). ຕິດຕາມ ແລະ ປັບປຸງນຳສະເໜີແຕ່ງຕັ້ງບຸກຄະນະລາກອນທີ່ເຮັດວຽກງານຫາງສຽງ-ສັງຄົມ ຕາມການ ສະເໜີຂອງຄະນະພັກ, ຄະນະນຳອົງການ ເພື່ອຮັບປະກັນໃຫ້ແກ່ການສ່ອງແສງລາຍງານສະພາບແນວຄິດຫາງສຽງ-ສັງຄົມໃຫ້ທັນເຫດການ.
3). ຄະນະກຳມະການທຸກສະຫາຍຈົ່ງເຊີດຊູຄວາມຮັບຜິດຊອບເປັນເຈົ້າເຂົ້າຮ່ວມຂະບວນການລວມ, ເປັນເຈົ້າຕີດຕາມ, ກວດກາ ລາຍງານ, ວິເຄາະ, ວິໃຈ ຫາງສຽງສັງຄົມທີ່ສັງຄົມຕັ້ງຂື້ນມາ ໃຫ້ຖືກຕ້ອງຊັດເຈນ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 45 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1942 |
![]() | ເດືອນນີ້ | 485 |
![]() | ທັງໝົດ | 273200 |