ຄະນະໂຄສະນາອົບຮົມແຂວງຫົວພັນເຂົ້າຮ່ວມພິທີຮັບຮອງ ແຂວງຫົວພັນ ເປັນຊາວໜຸ່ມແຂວງ 4 ບຸກ ຄັ້ງທີ 2 ປະຈໍາປີ 2022 ແລະ ມອບຫຼຽນກາລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 4 ພຶດສະພາ 2023 ນີ້ ທີ່ຫໍວັດທະນະທໍາແຂວງ ໂດຍ ມີສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ, ເລຂາ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫົວພັນ, ແລະ ສະຫາຍ ວົງເພັດ ບຸນມະນີ ກຳມະການພັກແຂວງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ແຂວງຫົວພັນ ພ້ອມດ້ວຍການນໍາພັກລັດ, ຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ຕະຫຼອດຮອດສະມາຊິກຊາວໜຸ່ມນັກຮຽນ-ເຍົາວະຊົນ ເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມບົດບັນທຶກການຮ່ວມມືໄລຍະ 2022-2025 ລະຫວ່າງຄະນະໂຄສະນາອົບຮົມແຂວງຫົວພັນ ສປປ ລາວ ແລະ ຄະນະໂຄສະນາສຶກສາພັກ ແຂວງແທັງຮ່ວາ ສສ ຫວຽດນາມ ທີ່ໄດ້ລົງນາມຄັ້ງວັນທີ 03 ສີງຫາ 2022. ໃນລະຫວ່າງວັນທີ່ 24 – 26 ເມສາ 2023 ທີ່ຜ່ານມານີ້ ຄະນະໂຄສະນາສືກສາພັກ ແຂວງແທັງຮ່ວາ ສສ ຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນບົດຮຽນກັບ ຄະນະໂຄສະນາອົບຮົມ ແຂວງຫົວພັນ ສປປ ລາວ.
ໃນເວລາ 8 ໂມງເຊົ້າຂອງວັນທີ 25 ເມສາ 2023 ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຄະນະໂຄສະນາສຶກສາ ແຂວງແທັງຮ່ວາ ສສ ຫວຽດນາມ ໄດ້ເຂົ້າຂ່ໍ່ານັບຄະນະປະຈຳພັກແຂວງຫົວພັນ ໃຫ້ກຽດຕ້ອນຮັບ ໂດຍແມ່ນ ທ່ານ ເພິດ ມາປັນຍາ ຮອງເລຂາພັກແຂວງ ຜູ້ປະຈຳການ ຢູ່ທີ່ຫໍແກ້ວ ເຊີ່ງກ່ອນອື່ນຄະນະຜູ້ແທນ ຄະນະໂຄສະນາສຶກສາ ແຂວງແທັງຮ່ວາ ສສ ຫວຽດນາມ ໄດ້ລາຍງານຈຸດປະສົງຂອງການມາຢ້ຽມຍາມເຮັດວຽກໃນຄ໊ັ້ງນີ້ໃຫ້ທ່ານ ຮອງເລຂາພັກແຂວງ ໄດ້ຮັບຊາບ.
ເວລາ 9:00 ກອງປະຊຸມພົບປະແລກປ່ຽນບົດຮຽນ ໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມ ຊັ້ນ 5 ຕືກຫ້ອງວ່າການປົກຄອງແຂວງຫົົວພັນ ລະຫວ່າງ ຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງນຳໂດຍ ທ່ານ ຕົ່ງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ຄະນະຜູ້ແທນຄະນະໂຄສະນາສຶກສາ ແຂວງແທັງຮ່ວາ ນຳໂດຍ ທ່ານ ບຸ້ຍທິ້ ເມື້ອຍ ກຳມະການພັກແຂວງ ຮອງຫົວໜ້າຄະນະໂຄສະນາສືກສາພັກ ແຂວງແທັງຮວ່າ ພ້ອມດ້ວຍຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.
ເພື່ອເປັນການສືບຕໍ່ເພີ່ມທະວີມູນເຊື້ອຄວາມສາມັກຄີແບບພິເສດ, ເສີມຂະຫຍາຍການພົວພັນຮ່ວມມືຮອບດ້ານລະຫວ່າງສອງແຂວງຫົວພັນ - ແທັງຮ່ວາ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ຄະນະໂຄສະນາອົບຮົມແຂວງຫົວພັນ ສປປ ລາວ ແລະ ຄະນະໂຄສະນາສຶກສາພັກແຂວງແທັງຮ່ວາ ສສ ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ,ສາມາດປະຕິບັດໄດ້ ແລະ ມີໝາກຜົນຕົວຈິງອັນດີງາມ. ສອງຝ່າຍໄດ້ເປັນເອກະພາບກັນ ກ່ຽວກັບແຜນການຮ່ວມມືໃນໄລຍະ 2023-2024 ແມ່ນສືບຕໍ່ຈັດຕັ້ງຜັນຂະຫຍາຍຕາມເນື້ອໃນບົດບັນທຶກການຮ່ວມມືໄລຍະ 2022-2025 ລະຫວ່າງຄະນະໂຄສະນາອົບຮົມແຂວງຫົວພັນ ສປປ ລາວ ແລະ ຄະນະໂຄສະນາສຶກສາພັກ ແຂວງແທັງຮ່ວາ ສສ ຫວຽດນາມ ທີ່ໄດ້ລົງນາມຄັ້ງວັນທີ 03 ສີງຫາ 2022 ທີ່ ແຂວງແທັງຮ່ວາ ສສ ຫວຽດນາມ ຄືດັ່ງນີ້:
1. ສອງຝ່າຍສືບຕໍ່ສະໜັບສະໜູນສ້າງແຜນການເຄື່ອນໄຫວເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ - ແນວຄິດໃຫ້ແກ່ພະນັກງານ ແລະ ປະຊາຊົນບັນດາເຜົ່າ, ໂດຍສະເພາະ ປະຊາຊົນຢູ່ລຽບຕາມຊາຍແດນ, ດ້ວຍການເຜີຍແຜ່ເຊື່ອມຊຶມແນວທາງ ນະໂຍບາຍ ຂອງສອງພັກ-ສອງລັດ, ມູນເຊື້ອອັນດີງາມ ຂອງປະຊາຊົນລາວ-ຫວຽດນາມ, ລະບຽບການ ແລະ ແຜນຮ່ວມມືຂອງສອງແຂວງ ໃຫ້ເປົ້າໝາຍດັ່ງກ່າວຮັບຮູ້ເຂົ້າໃຈ, ເປັນເຈົ້າການປະຕິບັດຖືກຕ້ອງ.
2. ເພີ່ມທະວີຂອດປະສານງານຫວ່າງ 2 ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຄະນະໂຄສະນາສຶກສາພັກ ແຂວງແທັງຮ່ວາ ໃນການເປັນເສນາທິການດ້ານການເມືອງ-ແນວຄິດໃຫ້ຄະນະພັກຂັ້ນຂອງຕົນ, ດ້ວຍການປະສານສົມທົບແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການເຮັດວຽກງານໂຄສະນາ, ສຶກສາອົບຮົມ, ການສະກັດກັ້ນ, ຕອບໂຕ້ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆຂອງພວກຄົນບໍ່ຫວັງດີ-ທີ່ຫວັງມ້າງເພຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຫົວພັນ-ແທັງຮ່ວາ.
3. ສອງຝ່າຍສືບຕໍ່ພັດປ່ຽນກັນເປັນເຈົ້າພາບ ໃນການຈັດຕັ້ງການໄປຢ້ຽມຢາມ, ເຮັດວຽກ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
4. ຜົນສຳເລັດໃນການພົບປະແລກປ່ຽນບົດຮຽນ ແລະ ແຜນການຮ່ວມມືລະຫວ່າງ ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກແຂວງແທັງຮວ່າ ຄັ້ງນີ້ ທັງສອງຝ່າຍຈະໄດ້ລາຍງານຕໍ່ການນຳຂອງສອງແຂວງເພື່ອຮັບຊາບ.
ໃນຕອນຄ່ຳຂອງວັນດຽວກັນ ໄດ້ມີພິທີບາສີສູ່ຂວັນ ເນື່ອງໃນໂອກາດປິໃໝ່ລາວ ໃຫ້ແກ່ຄະນະຜູ້ແທນ ທັ້ງນີ້ກໍ່ເພື່ອເປັນການປະຕິບັດຮີດຄອງປະເພນີຂະນົບທຳນຽມທີ່ເປັນມູນເຊື້ອ ອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ທັງເປັນການຮ່ວມອວຍພອນຊຶ່ງກັນ ແລະ ກັນ, ໃຫ້ມີແຕ່ສິ່ງດີງາມເຂົ້າມາໃນຊີວິດສ່ວນຕົວ ແລະ ຄອບຄົວ ດ້ວຍຄຳເວົ້າທີ່ເປັນມຸງຄຸນໃຫ້ມີໂຊກມີໄຊ ແລະ ຫົດນຳອວຍພອນເຊິ່ງກັນ ແລະກັນດ້ວຍບັນຍາກາດເບີກບານມ່ວນຊື່ນ.
ໃນຕອນເຊົ້າວັນທີ່ 24 ເມສາ 2023 ທີ່ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສືກສາພັກແຂວງແທັງຮວ່າ ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ບຸ້ຍທີ້ ເມື້ອຍ ກຳມະການພັກແຂວງ, ຮອງຫົວໜ້າຄະນະໂຄສະນາສືກສາພັກແຂວງແທັງຮວ່າ ເນື່ອງໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນຢ່າງເປັນທາງການ.
ມື້ດຽວກັນນີ້, ຄະນະຜູ້ແທນຄະນະໂຄສະນາສືກສາພັກແຂວງແທັງຮວ່າ ໄດ້ເຂົ້າວາງກະຕ່າດອກໄມ້ຢຸ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ. ຈາກນັ້ນຄະນະດັ່ງກ່າວໄດ້ເຂົ້າທ່ຽວຊົມເຂດອະນຸສອນສະຖານເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ ໃນນັ້ນ ໄດ້ເຂົ້າທ່ຽວຊົມຖ້ຳປະທານ ໄກສອນ ພົມວິຫານ ແລະ ຖ້ຳປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາເລົາຮັກຂອງປວງຊົນລາວທັງຊາດ ເພື່ອຮຽນຮູ້ວິຖີຊີວິດ, ຄຸນສົມບັດສິນທຳປະຕິວັດຂອງການນຳຮຸ້ນກ່ອນ.
ໃນຕອນເຊົ້າຂອງວັນທີ 7 ເມສາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ສະມາຊິກພັກສົມບູນໃໝ່ ທີ່ຢູ່ບັນດາໜ່ວຍພັກຂື້ນກັບຮາກຖານພັກ ແລະ ໜ່ວຍພັກເອກະລາດອ້ອມຂ້າງແຂວງ ຄັ້ງທີ I ປີ 2023 ຂຶ້ນທີ່ຫ້ອງປະຊຸມຊັ້ນ V ຕືກຫ້ອງວ່າການປົກຄອງແຂວງ (ຫຼັງເກົ່າ), ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານນຳພາ - ຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 64 ສະຫາຍ, ຍິງ 40 ສະຫາຍ.
ກອງປະຊຸມຄັ້ງນີ້ຈຸດປະສົງ ເພື່ອສຶກສາອົບຮົມ, ຍົກລະດັບຄວາມຮູ້, ຄວາມເຂົ້າໃຈເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ ໃຫ້ສະມາຊິກພັກ, ໂດຍສະເພາະ ແມ່ນການເສີມຂະຫຍາຍມູນເຊື້ອຂອງພັກ, ການຍົກສູງຄວາມສາມາດນຳພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ-ລັດ ກໍຄື ຖັນແຖວສະມາຊິກພັກຢ່າງທັນການ, ມີຄວາມຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້ສາມາດສ້າງໃຫ້ສະມາຊິກພັກສົມບູນໃໝ່ ນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປໜູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດວຽກງານ ແລະ ການດຳລົງຊີວິດ, ສ້າງແນວຄິດ ແລະ ການກະທຳໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ຍົກລະດັບຄວາມສາມາດ ແລະ ສ້າງຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ແກ່ມະຫາຊົນ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດແນະນໍາຂອງ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງເຊີ່ງ ສະຫາຍ ຍັງໄດ້ຍົກສູງຄວາມຮັບຜິດຊອບ, ດ້ານແນວຄິດໃຫ້ຖືກຕ້ອງຕາມແນວທາງ, ອຸດົມການຂອງພັກ, ຮູ້ອຸທິດຕົນເພື່ອຜົນປະໂຫຍດສ່ວນລວມຂອງຊາດ, ມີການດຳລົງຊີວິດຂາວສະອາດ, ມີລະບຽບວິໄນ, ມີຄວາມອົດທົນຜ່ານຜ່າອຸປະສັກ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ມີຄວາມຮັບຮູ້ໃນການສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນພັກ.
ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.
ຕອນເຊົ້າຂອງວັນທີ 28 ມີນາ 2023 ນີ້ ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ປະຈຳໄຕມາດ I ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຊື່ງມີ ທ່ານ ສຸກເສີມ ຢາງຈາງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ເພື່ອຖອດຖອນບົດຮຽນການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງປືກສາຫາລືກ່ຽວກັບບຸກຄະລາກອນທີ່ຈະຮັບຜິດຊອບຂະແໜງຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງເພື່ອປະສານງານຫາສູນກາງໃຫ້ມີຄວາມຂ້ອງແຂ້ວ ແລະ ມີປະສິດທິພາບສູງ, ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຜ່ານສື່ເອເລັກໂຕຮນີກຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ສາມາດເຄື່ອນໄຫວໄດ້ປົກກະຕິມີຄວາມສະດວກວ່ອງໄວ, ທັນສະໄໝ ໃຫ້ທັນກັບສະພາບການ. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານເວບໄຊຂອງ ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ I ເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການໃນຕໍ່ໜ້າຂອງບັນດາແຂວງໃນທົ່ວປະເທດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:
1. ເພື່ອຮັບປະກັນໃຫ້ແກ່ການປັບປຸງກົງຈັກການຈັດຕັ້ງ ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ ແລະ ສອດຄ່ອງຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ໃຫ້ສອດຄ່ອງກັບ ພາລະບົດບາດ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ກໍານົດອອກນັ້ນ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ປັບປຸງໜ້າທີ່ຂອງຂະແໜງຂໍ້ມູນຂ່າວສານໃຫ້ສ່ອດຄ່ອງກົມກຽວກັບສູນກາງເພື່ອການເຄື່ອນໄຫວວຽກງານເຕັກໂຕໂລຊີຂໍ້ມູນຂ່າວສານເວົ້າລວມເວົ້າສະເພາະກໍ່ຄືເວັບໄຊ ຄອຂ ໃຫ້ທັນຍຸກທັນສະໄໝ ແລະ ກາຍເປັນເສນາທິການທາງດ້ານຂໍ້ມູນໃຫ້ຄະນະພັກ, ຄະນະນໍາ.
2. ສະເໜີ ໃຫ້ແຕ່ລະແຂວງປະສານສົມທົບກັບໂຄສະນາອົບຮົມເມືອງພາຍໃນແຂວງຂອງຕົນໃນການກໍ່ສ້າງພະນັກງານທີ່ຮັບຜິດຊອບວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ(ເວັບໄຊ) ມີຄວາມຮູ້ຄວາມສາມາດ ແລະ ເຄື່ອນໄຫວວຽກງານດັ່ງກ່າວໃຫ້ເປັນປົກກະຕິ.
3. ຕ້ອງເພີ່ມທະວີໃນການຕິດຕາມກວດກາ ການອອນລາຍຂອງໜ້າກະດານຂ່າວ, ປະສານສົມທົບ ແລກປ່ຽນບົດຮຽນ ໃນຂອດການຈັດຕັ້ງປະຕິບັດວຽກງານກັບຄະນະແອັດມິນສູນກາງ.
4. ພາຍຫຼັງສໍາເລັດການປັບປຸງ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ, ໃຫ້ບັນດາແຂວງມີການສະຫຼຸບຕີລາຄາ ແລະ ລາຍງານໃຫ້ ຄະນະຮັບຜິດຊອບຄຸ້ມຄອງເວັບ ໄຊຂອງຄະນະໂຄສະນາອົບຮົມສູນກາງພັກ.
ກອງປະຊຸມໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.
ມີ 23 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 39 |
![]() | ມື້ວານນີ້ | 440 |
![]() | ອາທິດນີ້ | 1936 |
![]() | ເດືອນນີ້ | 479 |
![]() | ທັງໝົດ | 273194 |